ສະຖານທູດ​ຈນ​ປະຈຳ​ລາວ​ຈັດ​ງານ​ລ້ຽງ​ຮັບຮອງ​ປີ​ໃໝ່​ຈີນ​ແລະ​ງານ​ລ້ຽງ​ອຳ​ລາ
2017-01-26 16:50:09  cri 

ຕາມ​ຂ່າວ CRI: ສະຖານທູດ​ຈີນ​ປະຈຳ​ລາວ​ໄດ້​ຈັດ​ງານ​ລ້ຽງ​ຮັບຮອງ​ປີ​ໃໝ່ຈີນ​ແລະ​ງານ​ລ້ຽງ​ອຳ​ລາ​ຂອງ​ທ່ານ​ກວນ​ຮວາ​ປິ່ງ,​ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ຢູ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ​ໃນ​ວັນ​ທີ 25 ມັງກອນ​ນີ້,​ ​ໂດຍ​ທ່ານ​ໄຊສົມ​ພອນ ພົມວິຫານ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ,​ ທ່ານ​ກິ​ແກ້ວ ​ໄຂ​ຄຳ​ພິທູນ,​ ຄະນະ​ເລຂາທິການ​ສູນ​ກາງ​ພັກ,​ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ,​ ທ່ານພົນ​ຕີ ສົມ​ແກ້ວ ສີ​ລະ​ວົງ ຄະນະ​ເລຂາທິການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ,​ ຄະນະ​ທູຕານຸທູດ,​ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳ​ລາວ​ພ້ອມ​ດ້ວຍ​ຊາວ​ຈີນ​ຢູ່​ລາວ​ແລະ​ຊາວ​ລາວ​ເຊື້ອສາຍ​ຈີນ​ເຂົ້າ​ຮ່ວມ.

​​ໂອກາດ​ດັ່ງກ່າວ,​ ທ່ານ​ກວນ​ຮວາ​ປິ່ງ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ອວຍພອນ​ອັນ​ປະ​ເສີດ​ບັນດາ​ຊາວ​ຈີນ​ຢູ່​ລາວ​ແລະ​ຊາວ​ລາວ​ເຊື້ອສາຍ​ຈີນ​ໃນ​ໂອກາດ​ປີ​ໃໝ່​ຈີນ. ປີຜ່ານມາ​ສອງ​ປະ​ເທດ​ຈີນ-ລາວ​ໄດ້​ບັນລຸ​ໝາ​ກຜົນ​ໃນ​ການ​ສ້າງ​ເສດຖະກິດ-ສັງຄົມ​ຢ່າງ​ຫຼວງ​ຫຼາຍ,​ ​ແລະ​ສາຍ​ພົວພັນ​ລະ​ຫວ່າງສອງ​ປະ​ເທດ​ກໍ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ.​

ທ່ານ​ກວນ​ຮວາ​ປິ່ງ ກ່າວ​ວ່າ​, ຕະຫຼອດ​ໄລຍະ​ປະຕິບັດ​ໜ້າ​ທີ່​ຢູ່​ລາວ 3 ປີຜ່ານມາ, ຂ້າພະ​ເຈົ້າ​ໄດ້​ອຸທິດ​ເທື່ອ​ແຮງ​ຂອງ​ຕົນ, ​ເພື່ອ​ຊຸກຍູ້​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແລະ​ກ່ານ​ຮ່ວມ​ມື​ຕົວ​ຈິງ​ຂອງ​ສອງ​ຊາດ,​ ​ແລະ​ຈາກ​ຄວາມ​ເອົາ​ໃຈ​ໃສ່​ແລະ​ສົ່ງ​ເສີມ​ຂອງ​ການ​ນຳ​ສອງ​ຊາດ,​ ສາຍ​ພົວພັນ​ມິດຕະພາບ​ແລະ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ​ສອງ​ລັດ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ​ໂດຍ​ເຫັນ​ໄດ້​ຈາກ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ມີ​ທ່າ​ອ່ຽງທີ່​ດີ​ຂຶ້ນ,​ ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ລົງທຶນ​ແລະ​ປະ​ເທດ​ຊ່ວຍ​ເຫຼືອ​ລາວ​ໃຫຍ່​ອັນ​ດັບ 1 ​ແລະ​ຄູ່​ການ​ຄ້າ​ອັນ​ດັບ 2 ຂອງ​ປະ​ເທດ​ລາວ. ທີ່​ພົ້ນ​ເດັ່ນ​ສອງ​ຝ່າຍ​ໄດ້​ບັນລຸ​ການ​ກໍ່ສ້າງ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ,​ດາວ​ທຽມ​ລາວ 1,​ ການ​ພັດທະນາ​ຂົງ​ເຂດ​ການ​ປ້ອງ​ກັນຊາ​ດ,​ ປ້ອງ​ກັນ​ຄວາມ​ສະຫງົບ, ການ​ສຶກສາ,​ ວັດທະນະທຳ​ສາທາລະນະ​ສຸກ,​ ​ເຕັກ​ໂນ​ໂລ​ຊີ​ເປັນ​ຕົ້ນ. ນອກ​ນີ້,​ ທັງ​ສອງ​ປະ​ເທດ​ຍັງ​ສືບ​ຕໍ່​ປະສານ​ງານ​ຢ່າງ​ໃກ້ຊິດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາກົນ,​ ​ເຊິ່ງສາມາດ​ສ້າງ​ໄດ້​ບົດບາດ​ຕັ້ງໜ້າ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​ແລະ​ສາກົນ. ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ເປັນ​ຢ່າງ​ໃຫຍ່​ແລະ​ກໍ​ເຊື່ອ​ໝັ້ນ​ວ່າ​ຈາກ​ການ​ພະຍາຍາມ​ຮ່ວມ​ຂອງ​ສອງ​ປະ​ເທດ,​ ມິດຕະພາບ​ແລະ​ກາ​ນຮ່ວມ​ມື​ລະຫວ່າງ​ຈີນ-ລາວ​ຈະ​ປະສົບ​ຜົນສຳ​ເລັດ​ໃຫຍ່​ຫຼວງ​ກວ່າ​ເກົ່າ​ຢ່າງ​ແນ່ນອນ.

​ໃນ​ໂອກາດ​ດັ່ງກ່າວ,​ ສະ​ຖາ​ບັນ​ຂົງ​ຈື້ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ,​​ ​ໂຮງຮຽນ​ລຽວ​ໂຕ​ວ໌​ແລະ​ອົງການ​ຈັດ​ຕັ້ງ​ອື່ນໆ​ໄດ້​ສະ​ແດງ​ສິລະ​ປະ​ວັນນະຄະດີ​ໂດຍ​ການສະ​ແດງ​ມວຍ​ກົງ​ຟູ​ຈີນ​ແລະ​ອື່ນໆ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ