ທ່ານ​ຮຸນ​​ແຊນ​ອວຍພອນ​ປີ​ໃໝ່​ຈີນ​ແລະ​ສະ​ແດງ​ຄວາມຂອບ​ໃຈຕໍ່​ຊາວ​ຈີນທີ່​ອາ​ໄສ​ຢູ່ກຳ​ປູ​ເຈຍ
2017-01-27 16:16:38  cri 

​ວັນ​ທີ 26 ມັງກອນນີ້, ສື່​ມວນຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ສົມ​ເດັດ​ຮຸນ​ແຊນ, ນາຍົກລັດຖະ ມົນຕີລາຊະ​ອານາຈັກ​ກຳປູ​ເຈຍ​ໄດ້ຝາກ​ຈົດໝາຍ​ໄປ​ຍັງ​ທ່ານຟັ່ງ​ສຽວ​ເຊິ່ງ ປະທານ​ສະມາ​ຄົມຊາວ​ຈີນກຳປູ​ເຈຍ​ໃນ​ວັນ​ທີ 23 ມັງກອນນີ້, ​ເພື່ອ​ສະ​ແດງ​ຄວາມອ​ວຍພອນປີ​ໃໝ່​ຈີນ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ທົ່ວ​ປະ​ເທດ​ກຳປູ​ເຈຍ.

​ໃນ​ຈົດໝາຍ​ອວຍພອນ ທ່ານ​ຮຸນ​​ແຊນ​ກ່າວ​ວ່າ, ອ້າຍ​ເອື້ອຍ​ນ້ອງ​ຊາວ​ຈີນທີ່​ຮັກ​ແພງ, ​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ປີ​ໄກ່​ອັນ​ເປັນ​ມູນ​ເຊື້ອ​ວຽນມາ​ຮອດ​ນີ້, ຂ້າພະ​ເຈົ້າໃນ​ຖານະ​ນາຍົກລັດຖະ ມົນຕີລາຊະ​ອານາຈັກ​ກຳປູ​ເຈຍ, ຂໍຮ່ວມ​ກັບອ້າຍ​ເອື້ອຍ​ນ້ອງ​ຊາວ​ຈີນທີ່​ຮ່ວມ​ທຸກ​ຮ່ວມ​ສຸກ​ເປັນ​ເວລາ​ດົນ​ນານ​ກັບ​ພວກ​ເຮົາ​ພ້ອມ​ກັນ​ສະຫຼອງ​ບຸນປີ​ໃໝ່​ຈີນ.

ທ່ານ​ຮຸນ​ແຊນ​ກ່າວ​ວ່າ, ​ໂດຍ​ສະ​ເພາະ​​ແມ່ນ ຂ້າພະ​ເຈົ້າຢາກ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ສະພາ​ປະຊາຊົນ​ຈີນ​ກຳປູ​ເຈຍ​ແລະອ້າຍ​ເອື້ອຍ​ນ້ອງ​ຊາວ​ຈີນຢູ່ກຳ​ປູ​ເຈຍ​ທີ່​ອອກ​ແຮງຢ່າງ​ໃຫຍ່​ຫຼວງ​ເຂົ້າຮ່ວມ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ກຳປູ​ເຈຍ​ແລະ​ໄດ້​ຮັບ​ຜົນງານ​ອັນພົ້ນ​ເດັ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ