ປະທານາທິບໍດີ​ຊີ​ຣີກ່າວ​ສະໜັບສະໜູນ​ສັນຍາ​ຢຸດ​ຍິງ
2017-01-27 14:04:12  cri 
ວັນ​ທີ 26 ມັງກອນ​ນີ້,​ ​ໃນ​ໂອກາດພົບ​ປະ​ກັບ​ທ່ານ ​ໂຮ​ເຊັນ ອາ​ເມຍ ອັບ​ດຸ​ລາ​ຮິ​ອັນ,​ ຜູ້​ຊ່ວຍ​ພິ​ເສດ​ຂອງ​ປະທານ​ລັດຖະສະພາ​ອີ​ຣານທີ່​​ໄປ​ຢ້ຽມຢາມ​ຊີ​ຮີ​ຢູ່​ນະຄອນຫຼວງ​ດາ​ມາສ, ທ່ານ​ບາ​ຊາ ອາ​ຊັດ ປະທານາທິບໍດີ​ຊີ​ຣີກ່າວ​ວ່າ,​ ການຮັກສາ​ສັນຍາ​ຢຸດ​ຍິງ​ຈະ​ເປີດ​ປະຕູສູ່​ການ​ຟື້ນ​ຟູ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ຊີຣີ.

ຕາມ​ຂ່າວສານ​ຊີຣີລາຍ​ງານ​ວ່າ, ​ໃນ​​ໂອກາດ​ພົບ​ປະກັນ​, ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ​ສະໜັບສະໜູນ​ສັນຍາ​ຢຸດ​ຍິງ​ລະຫວ່າງ​ຝ່າຍ​ຕ່າງໆ​ຂອງ​ຊີ​ຣີທີ່​ຮັດ​ເຊຍ​ແລະ​ຕວກກີ​ຊຸກຍູ້​ລົງ​ນາມ,​ ຂະນະ​ດຽວ​ກັນ​ນັ້ນ​ຈະ​ໂຈມ​ຕີ​ກຸ່ມ​ກໍ່​ການ​ຮ້າຍ​ຄື "ກຸ່ມ IS" ​ແລະ "jabhat Fateh al-Sham" ​ແລະກຸ່ມ​ປະກອບ​ອາວຸດ​ທີ່​ກ່ຽວ​ພັນ​ເຖິງ​ກຸ່ມ​ກໍ່​ການ​ຮ້າຍ.

ທ່ານອັບ​ດຸ​ລາ​ຮິ​ອັນ ກ່າວ​ວ່າ,​ ກຸ່ມ​ກໍ່​ການ​ຮ້າຍ​ໃນ​ດິນ​ແດນ​ຊີ​ຣີ​ໄດ້​ສ້າງ​ໄພຂົ່ມຂູ່​ຢ່າງ​ໜັກ​ຕໍ່​ພາກ​ພື້ນ,​ ອີ​ຮານ​ຈະ​ສືບ​ຕໍ່​ສະໜັບສະ​ໜູນ​ລັດຖະບານ​ຊີ​ຣີ​ຢ່າງ​ເດັດດ່ຽວໃນ​ຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ