ເຮືອບິນMA 60 ລຳ​ທຳ​ອິດ​ທີ່​ເນ​ປານ​ຊື້​ຈາກ​ຈີນ​ໄດ້​​ບິນ​ໄປ​ຮອດ​ກັດ​ມັນ​ດູ
2017-01-27 14:29:42  cri 
ຕອນ​ຄຳ​ວັນ​ທີ 26 ມັງກອນ​ນີ້, ​ເຮືອບິນ​MA 60 ລຳ​ທຳ​ອິດ​ທີ່​ບໍລິສັດ​ການບິນ​ເນ​ປານ​ເຊິ່ງ​ເປັນ​ບໍລິສັດ​ການບິນ​ແຫ່ງຊາດ​ເນ​ປານ​ຊື້​ຈາກ​ຈີນ​ນັ້ນ, ​ໄດ້​ບິນ​ໄປ​ຮອດ​ສະໜາ​ມບິນ​ສາກົນທຼິບວັນ​ນະຄອນຫຼວງ​ກັດ​ມັນ​ດູ​ຂອງ​ເນ​ປານ.

​ໂຄສົກ​ບໍລິສັດ​ການບິນ​ເນ​ປານ​ກ່າວ​ວ່າ, ຍົນ​ລຳ​ດັ່ງກ່າວ​ບິນ​ຈາກ​ນະ​ຄອນ​ຄຸນ​ມິ​ງຂອງ​ຈີນ, ​ແລະ​ລົງ​ຈອດ​ຢູ່​ນະຄອນຫຼວງ​ດາ​ກາ​ຂອງ​ບັງ​ກະລາ​ເດັດ​ແລ້ວ​ບິນຕໍ່​​ໄປ​ຮອດ​ນະຄອນຫຼວງ​ກັດ​ມັນ​ດູ,​​ ​ໂດຍ​ການ​ຂັບ​ຂອງ​ນັກ​ບິນ​ເນ​ປານ​ເອງ​ທັງ​ໝົດ​.
ນີ້​ແມ່ນ​​ເຮືອບິນລຳ​ທີ 3 ທີ່​ເນ​ປານ​ຮັບຈາກ​ຈີນ.

ອາທິດ​ແລ້ວ​ນີ້, ​ເນປານ​ໄດ້​ແຕ່ງ​ຕັ້ງຄະນະ​ເຕັກນິກ​ໜ່ວຍ​ໜຶ່ງ​ໄປ​ປະ​ເທດ​ຈີນ​ເພື່ອ​ຮັບ​ເອົາ​ເຮືອບິນMA 60 ລຳ​ໜຶ່ງ​ແລະ​Y 12E ລຳ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ