ນາຍົກ​ລາວ: ຫວັງ​ວ່າ​ສາມາດ​ນັ່ງ​ລົດ​ໄຟ​ຄວາມ​ໄວ​ສູງ​ໄປ​ຢ້ຽມຢາມ​ຈີນ​ໃນ​ຕໍ່​ໜ້າ
2017-01-27 16:14:07  cri 


ຕາມ​ຂ່າວCRI: ວັນ​ທີ 27 ມັງກອນ​ນີ້, ທ່ານ​ກວນ​ຮວາ​ປິ່ງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໄດ້​ເຂົ້າ​ພົບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ນາຍົກລັດຖະມົນຕີລາວ​ເພື່ອ​ອຳ​ລາ.
ທ່ານ​ທອງ​ລຸນ ຕີ​ລາຄາ​ສູງ​ຕໍ່​ທ່ານ​ກວນ​ຮວາ​ປິ່ງ​ທີ່ໄດ້​​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງຢູ່​ລາວ. ເຫັນ​ວ່າ​ລາວ​ຈີນ​ໄດ້​ກາຍ​ເປັນປະຊາ​ຄົມຮ່ວມ​ຊະ​ຕາ​ກຳ​ທີ່​ໝັ້ນ​ແກ່ນ.


ທ່ານ​ກວນ​ຮວາ​ປິ່ງ ​ໄດ້​ຂອບ​ໃຈ​ນຳ​ທ່ານ​ທອງ​ລຸນທີ່​ເຫັນ​ພ້ອມ​ຕໍ່​ວຽກ​ງານ​ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​ກໍ​ຄື​ຂອງ​ຕົນ,​ ຮູ້ສຶກ​ພາກ​ພຸມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ຊຸກຍູ້ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ແລະ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ສອງ​ປະ​ເທດ,​ ​ເຊື່ອ​ວ່າ​ພາຍ​ໃຕ້​ຄວາມ​​ເອົາໃຈ​​ໃສ່ແລະ​ການ​ຊຸກຍູ້​ຂອງ​ຜູ້ນຳ​ພັກ​ແລະ​ລັດ​ສອງ​ປະ​ເທດ,​ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ລາວ​​ໃນ​ສະ​ໄໝ​ໃໝ່ຈະ​ໄດ້​ຮັບ​ໝາກຜົນ​ອຸດົມສົມບູນ​ກວ່າ​ເກົ່າຢ່າງ​ແນ່ນອນ. ຕໍ່​ໜ້າ​ຕົນ​ຈະ​ເກັບ​ຄວາມຊົງຈຳ​ຢູ່​ລາວອັນ​ດີງາມຢ່າງ​ທະນຸ​ຖະໜອມ, ​ແລະ​ຈະ​ເອົາ​ໃຈ​ໃສ່​ນຳ​ປະ​ເທດ​ລາວ​​ແຕ່​ຕົ້ນ​ຕະຫຼອດ​ປາຍ, ທຳ​ຄວາມ​ພະຍາຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ຊຸກຍູ້​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.
​ໃນ​ໂອກາດ​ນີ້,​ ທ່ານ​ທອງ​ລຸນຍັງ​ກ່າວ​ວ່າ,​​ ​ໃນ​ຫຼາຍ​ປີ​ມາ​ນີ້,​ ສາຍ​ພົວພັນ​ລະຫວ່າງ​ລາວ​ກັບ​ຈີນ​ໄດ້​ຂະຫຍາຍ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ ຜູ້ນຳ​ສອງ​ປະ​ເທດ​ພົບ​ປະກັນ​ຢ່າງ​ຫຼວງ​ຫຼາຍ,​ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງ​ໆ​ໄດ້​ຮັບ​ໝາກຜົນ​ທີ່​ປະຈັກ​ຕາຊາວ​ໂລກ.​ ລາວ​ຂອບ​ໃຈ​ນຳ​ພັກ, ລັດ​ແລະ​ປະຊາຊົນ​ຈີນທີ່​ໃຫ້ການ​ສະໜັບສະໜູນ​ແລະ​ການ​ຊ່ອຍ​ເຫຼືອ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ການ​ພັດທະນາ​ຂອງ​ລາວ​ໃນ​ໄລຍະ​ຍາວ​ນານ.​ ​ໃນ​ຖານ​ະ​ເປັນ​ສະຫາຍ​ທີ່​ດີ​ແລະ​ເພື່ອນ​ມິດ​ທີ່​ດີ,​ ລາວ​ດີ​ໃຈ​ທີ່​ໄດ້​ເຫັນ​ກຳລັງ​ແຫ່ງ​ຊາດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລະຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ນັບ​ມື້​ນັບ​ດີ​ຂຶ້ນ, ຊົມ​ເຊີຍ​ຜົນງານ​ຂອງ​ຈີນ​ທີ່​ໄດ້​ຮັບ​ພາຍ​ໃຕ້​ການ​ນຳທີ່​ສະຫຼາດ​ສ່ອງ​ໄສ​ຂອງ​ພັກ​ກອມ​ມູຈິດ​ຈີນ​ຢ່າງ​ຈິງ​ໃຈ. ລາວ​ໄດ້​ຖື​ຜົນງານ​ຂອງ​ຈີນ​ທີ່​ໄດ້​ຮັບ​ເປັນ​ແບບຢ່າງ​ແລະ​ແມ່​ແຮງ​​ໃນການ​ພັດທະນາ​ຂອງ​ຕົນ,​ ​ເຊື່ອ​ວ່າ​ຈີນ​ຈະ​ໄດ້ຮັບຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ກວ່າ​ເກົ່າ​ຢ່າງ​ແນ່ນອນ.


​ໃນ​​ເວລາ​ກ່າວ​ເຖິງ​ທາງ​ລົດ​ໄຟ​ລາວ-ຈີນ,​ ທ່ານ​ທອງ​ລຸນ​ກ່າວ​ວ່າ,​ ທາງ​ລົດ​ໄຟ​ລາວ-ຈີນ​ແມ່ນ​ປະຈັກ​ຕາ​ຂອງ​ຄົນ.​ ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​​ ​ໃນ​ໂອກາດ​ພົບ​ປະ​ກັບ​ນັກທຸລະກິດ​ໄທ,​ ​ໄທ​ໄດ້​ອວຍພອນ​ຕໍ່​ລາວທີ່​ຈະ​ມີ​ທາງ​ລົດ​ໄຟ​ຂອງ​ຕົນ​ໃນ​ໄວໆ​ນີ້.​ ທ່ານ​ທອງ​ລຸນ​ຊີ້​​ໃຫ້​ເຫັນ​ວ່າ, ທາງ​ລົດ​ໄຟ​ລາວ-ຈີນ​ບໍ່​ພຽງ​ແຕ່​ເຊື່ອມຕໍ່​ລາວ​ກັບ​ຈີນ​ເທົ່າ​ນັ້ນ, ຍັງ​ຈະ​ເຊື່ອມ​ຕໍ່​ກັບປະ​ເທດ​ອາ​ຊຽນອື່ນໆ​ຕື່ມ​ອີກ,​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ພັດທະນາ​ຂອງ​ລາວ,​ ຂະນະ​ດຽວ​ກັນ​ນັ້ນ​ກໍ​ແມ່ນ​ໂອກາດ​ພັດທະນາ​ຂອງ​ອາ​ຊຽນ.​ ທ່ານ​ທອງ​ລຸນ​ຄອງ​ຄອຍ​ຂີ່ລົດ​ໄຟ​ຄວາມ​ໄວ​ສູງ​ໄປ​ຢ້ຽມຢາມ​ປະ​ເທດ​ຈີນ​ຈາກ​ນະຄອນຫຼວງ​ວຽງ​ຈັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ