ປະທານາທິບໍດີ​ແມັກ​ຊິກ​ປະກາດຍົກ​ເລີກ​ການ​ພົບ​ປະກັນ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ທ້າຍ​ເດືອນ​ນີ້
2017-01-27 16:20:54  cri 
ວັນ​ທີ 26 ມັງກອນ​ນີ້, ທ່ານ​ເອັນ​ຣິກ ​ເປ​ເນຍ ​ເນຍ​ໂຕ ປະທານາທິບໍດີ​ແມັກ​ຊິກ​ກ່າວ​ໃນ Twitter ຂອງ​ຕົນ​ວ່າ,​ ຕົນ​ຈະ​ບໍ່​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັນ​ກັບ​ທ່ານ​ໂດ​ນັນ ທຣຳ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 31 ມັງກອນ​ນີ້. ​ແຕ່​ທ່ານ​ກ່າວ​ຕື່ມ​ວ່າ,​ ​ແມັກ​ຊິກ​ກ່າວ​ຢ້ຳຄວາມ​ປາດ​ຖະໜາ​ທີ່​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ,​ ຫວັງ​ວ່າ​ສອງ​ຝ່າຍ​ຈະສາມາດ​ບັນລຸ​ສັນຍາ​ທີ່​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ.

ກ່ອນ​ໜ້າ​ນີ້​ທ່ານ​ໂດ​ນັນ ທຣຳ​ເຄີຍ​ກ່າວ​ໃນ Twitter ຂອງ​ຕົນ​ວ່າ,​ ຖ້າວ່າ​ແມັກ​ຊິກ​ບໍ່​ຈ່າຍ​ເງິນ​ທີ່​ສ້າງ​ກຳ​ແພງ​ຊາຍ​ແດນ​ອາ​ເມ​ລິ​ກາ-ແມັກ​ຊິກ, ກໍຍົກ​ເລີກ​ການ​ພົບ​ປະກັນ​ທີ່​ຈະ​ຈັດ​ຂຶ້ນ​ດີກວ່າ.

ວັນ​ທີ 25 ມັງກອນ​ນີ້,​ ທ່ານ​ເປ​ເນຍກ່າວ​ປາ​ໄສ​ທາງ​ວິ​ດີ​ໂອ​ໃນ Twitter ຂອງ​ຕົນ, ​ໂດຍປະນາມ​ແຜນການ​ສືບ​ຕໍ່​ສ້າງ​ກຳ​ແພງ​ຊາຍ​ແດນ​ອາ​ເມ​ລິ​ກາ-​ແມັກ​ຊິກ​ຂອງ​ທ່ານ​ທຣຳ, ​ແລະ​ຊີ້​ນຳ​ສະຖານທູດ​ແລະ​ສະຖານ​ກົງສຸນ​ແມັກ​ຊິກ​ປະຈຳ​ອາ​ເມ​ລິ​ກາ​ຮັກສາ​ສິດຜົນປະ​ໂຫຍ​ດຊອບ​ດ້ວຍກົດໝາຍ​ຂອງ​ຊາວ​ແມັກ​ຊິກ​ຢູ່​ອ​າ​ເມ​ລິ​ກາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ