ນາຍົກ​ໄທ​ສຳ​ຫຼວດສະພາບ​ໄພ​ນ້ຳ​ຖ້ວມ​ທີ່​ຢູ່​ພາກ​ໃຕ້
2017-01-27 14:59:19  cri 

ວັນ​ທີ 26 ມັງກອນ​ນີ້, ພົນ​ເອກ ປະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ​ໄດ້​ນຳພາ​ເຈົ້າ​ໜ້າ​ທີ່ຂັ້ນສູງ​ຂອງ​ຫຼາຍ​ພາກສ່ວນ​ຂອງ​ລັດຖະບານ ​ແລະ ຝ່າຍ​ທະຫານ​ສຳ​ຫຼວດສະພາບ​​ໄພ​ນ້ຳ​ຖ້ວມ​​ຢູ່​ພາກ​ໃຕ້​ຂອງ​ໄທ, ຢື້ຢາມ​ຖາມ​ຂ່າວ​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ​ໃຫ້​ກຳລັງ​ໃຈ​ຕໍ່​ຜູ້​ປະສົບ​ໄພ​ພິບັດ​ຢູ່ພາກ​ໃຕ້​ຂອງ​ໄທ.

ນັບ​ແຕ່​ຕົ້ນ​ເດືອນ​ນີ້​ເປັນ​ຕົ້ນ​ມາ, ​127 ​ເມືອ​ງ 12 ​ແຂວງ​ພາກ​ໃຕ້​ຂອງ​ໄທ​ໄດ້​ປະສົບ​ໄພ​ນ້ຳ​ຖ້ວມ​ຮ້າຍ​ແຮງ​ທີ່​ສຸດ​​ໃນ​ຮອບ 30 ປີ​ມາ​ນີ້. ຕາມ​ຕົວ​ເລກ​ສະຖິຕິ, ນັບມາ​ຮອດ​ວັນ​ທີ 25 ມັງກອນ​ນີ້, ​ໄດ້​ມີຜູ້​ປະສົບ​ໄພ 1 ລ້ານ 8 ​ແສນ​ຄົນ​, ຢ່າງ​ໜ້ອຍ 90 ຄົນ​ເສຍ​ຊີວິດ, 4 ຄົນ​ຫາຍ​ສາບ​ສູນ. ປັດຈຸບັນ, ປະຊາຊົນ​ພາກ​ໃຕ້​ຂອງ​ໄທ​ເກືອບ 3 ​ແສນ 7 ໝື່ນ​ຄົນ​ຍັງ​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່.

ກ່ອນ​ໜ້າ​ນີ້ 1 ມື້, ພົນ​ເອກ ປະຍຸດ ຈັນ​ໂອຊາ​ໄດ້​ຮຽກ​ຈັດ​ກອງ​ປະຊຸມ​ພິ​ເສດ,ພ້ອມ​ກັນຫາ​ລື​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ເພື່ອ​ແກ້​ໄຂ​ບັນຫາ​ນ້ຳ​ຖ້ວມຢູ່​ພາກ​ໃຕ້, ຮຽກຮ້ອງ​ໃຫ້​ຟື້ນ​ຟູ​ຊີວິດ​ການ​ເປັນຢູ່​ຂອງ​ຜູ້​ປະສົບ​ໄພ​ໃຫ້​ເຂົ້າ​ສູ່​ປົກກະຕິ​ ​ແລະ ​ຈັດ​ແຜນການ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ບັນຫາ​ໄພ​ນ້ຳ​ຖ້ວມ​ໄລຍະ​ຍາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ