ປີ​ນີ້,ທະຫານ​ອາມ​ເລິ​ກາ​ເລິ່ມກໍ່ສ້າງສິ່ງ​ກໍ່ສ້າງ​ທະຫານ​ຢູ່​ຖານ​ທັບ 5 ​ແຫ່ງ​ຢູ່ຟິລິບ​ປິນ
2017-01-27 15:04:06  cri 

ວັນ​ທີ 26 ມັງກອນ​ນີ້, ທ່ານ​ເດ​ວຟິນ ​ໂລ​ເຣັນຊາ​ນາ ລັດຖະມົນຕີ​ກະຊວງປ້ອງ​ກັນປະ​ເທດຟິລິບ​ບິນ​ກ່າວ​ວ່າ, ອີງ​ຕາມ "ສັນຍາ​ການ​ຮ່ວມ​ມື​​​ເພິ່ມທະວີ​ການ​ປ້ອງ​ກັນ" ທີ່​ອາ​ເມ​ລິ​ກາ ກັບ ຟິລິບ​ປິນ​​ເຊັນ​ກັນ​ໃນ​ປີ 2014, ປີ​ນີ້, ທະຫານ​ອາມ​ເລິ​ກາ​ເລິ່ມກໍ່ສ້າງສິ່ງ​ກໍ່ສ້າງ​ທະຫານ​ຢູ່​ຖານ​ທັບ 5 ​ແຫ່ງ​ຢູ່ຟິລິບ​ປິນ. ຖານ​ທຳ​ອິດທີ່​ດຳ​ເນີນ​ການ​ກໍ່ສ້າງ​ແມ່ນ​ຢູ່ຖານ​ທັບອາກາດ​ປາ​ຊາ ທາງພາກ​ເໜືອ​ນະຄອນຫຼວງ​ມານີລາ, ສິ່ງ​ກໍ່ສ້າງ​​ໃໝ່​ຈະ​​ເປັນ​ບ່ອນ​ເກັບ​ມ້ຽນ​ອາວຸດ​ຂອງ​ທະຫານ​ອາ​ເມ​ລິ​ກາ.

ທ່ານ​ໂລ​ເຣັນຊາ​ນາ​ກ່າວ​ວ່າ, ທະຫານ​ອາ​ເມ​ລິ​ກາ​ຍັງ​ມີ​ແຜນການ​ກໍ່ສ້າງ​ເສັ້ນທາງ​ແລ່ນ​ຂອງຍົນ​ສາຍ​ໜຶ່ງ​ຢູ່​ຖານ​ທັບ​ອາກາ​ດປາຊາ ​ໂດຍ​ໄດ້​ຮັບງົບປະມານ​ທີ່​ ຈາກ​ລັດຖະບານ​ອາ​ເມ​ລິ​ກາ​ທີ່​ອະນຸມັດໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້.

​ເມື່ອ​ເວົ້າ​ເຖິງທ່າ​ທີ​ຂອງ​ທ່ານປະທານາທິບໍດີ​ດູ​ເຕີ​ເຕຕໍ່​ເລື່ອງ​ນີ້, ທ່ານ ໂລ​ເຣັນຊາ​ນາກ່າວ​ວ່າ, ທ່ານ​ດູ​ເຕີ​ເຕ​ໄດ້​ຮັບ​ຊາບເລື່ອງ​ນີ້​ແລ້ວ ​ແລະ ກ່າວ​ວ່າ, ​ເຄົາລົບສັນຍາ​ທຸກສະບັບ​ທີ່​ລັດຖະບານ​ຊຸດ​ກ່ອນ​ເຊັນ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ