ກິດຈະກຳ "ບຸນ​ກຸດ​ຈີນທີ່ມ່ວນ​ຊື່ນ"ຢູ່​ໄທ
2017-01-28 15:56:22  cri 
ວັນ​ທີ 27 ມັງກອນ​ນີ້ ກົງ​ກັບ​ມື້​ສົ່ງ​ທ້າຍ​ປີ​ເກົ່າຕາມ​ຈັນທະຄະຕິ​ຈີນ, ສະຖານທູດ​ຈີນ​ປະຈຳ​ໄທ,ກະຊວງ​ທ່ອງ​ທ່ຽວ​ແລະ​ກິລາ​ໄທ, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໄທ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດພິທີ​ເປີດ​ກິດຈະກຳ "ບຸນ​ກຸດ​ຈີນທີ່ມ່ວນ​ຊື່ນ"ຄັ້ງ​ທີ 13 ຢູ່​ສວນສາທາລະນະ​ລຸ​ມພິນີນະຄອນຫຼວງ​ບາງກອກ​ໂດຍ​ທ່ານ​ທະນະ​ສັກ​ປາຕິ​ມາ​ປຣະກອນ ຮອງ​ນາຍົກລັດຖະມົນຕີ​ໄທ​ແລະ​ທ່ານ​ນິ້ງຟູ້ຂຸຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ໄທ​ເຂົ້າ​ຮ່ວມ ​ແລະ​ໂອກາດ​ກ່າວ​ປາ​ໄສ​ໃນ​ພິທີ​ດັ່ງກ່າວ, ທ່ານ​ທະນະ​ສັກ ປາຕິ​ມາປຣະກອນ ຮອງ​ນາຍົກລັດຖະມົນຕີ​ໄທ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ລັດຖະບານ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຕໍ່​ການ​ຈັດ​ກິດຈະກຳ​ເທື່ອ​ນີ້​ທັງ​ສົ່ງ​ຄວາມ​ອວຍພອນ​ປີ​ໃໝ່​ກຸດ​ຈີນ​ເຖິງ​ປະຊາຊົນ​ຈີນ.

ໂອກາດ​ກ່າວ​ປາ​ໄສ, ທ່ານ​ນິ້ງຟູ້ຂຸຍ ​ເອກ​ອັກ​ລັດຖະທູດ​ຈີນ​ປະຈຳ​ໄທ​ໄດ້​ອວຍພອນ​ປີ​ໃໝ່​ດ້ວຍ​ຄວາມ​ຈິງ​ໃຈ​ແດ່​ແຂກ​ຜູ້​ມີ​ກຽດ​ທີ່​​ເຂົ້າຮ່ວມ​ພິທີ​ແລະ​ປະຊາຊົນ​ໄທ​ທົ່ວ​ທັງ​ຊາດ​ທັງ​ຫວັງ​ໃຫ້​ທຸກ​ທ່ານທີ່​ມາ​ຮ່ວມ​ງານ​ມີ​ທັງ​ໂຊກ​ປາກ​ແລະ​ຕື່ນ​ຕາ​ຕື່ນ​ໃຈຈາກ​ກິດຈະກຳ​ເທື່ອ​ນີ້.

ຫຼັງ​ພິທີ​ເປີດ​ກິດຈະກຳ "ບຸນ​ກຸດ​ຈີນ​ທີ່​ມ່ວນ​ຊື່ນ"​ແລ້ວ, ​ໃນ​ຄືນ​ວັນ​ທີ 27 ມັງກອນ​ນີ້​ຍັງ​ໄດ້​ຈັດ​ງານ​ລ້ຽງ​ອາຫານ​ຄ່ຳ "​ສົ່ງ​ທ້າຍ​ປີ​ເກົ່າ"ຢູ່ນະຄອນຫຼວງບາງກອກໂດຍສືມືຍອດຢ້ຽມ​ໃນ​ການ​ແຕ່ງອາຫານ​ຂອງພໍ່ຄົວທີ່ມີຊື່ສຽງຂອງຈີນ​​ໂດຍໄດ້​ຮັບ​ການ​ຍົກ​ໂປ້​ຍ້ອງຍໍ​​ຈາກ​ບັນດາ​ແຂກ​ຜູ້​ມີ​ກຽດ​ທີ່​ຮ່ວມ​ງານທຸກ​ທົ່ວ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ