ຣັດ​ເຊຍ​ຫວັງ​ວ່າການ​​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊີ​ຣີທີ່ຈະ​ຈັດ​ຂຶ້ນ​ຢູ່​ເຊີ​ແນວຈະ​ບໍ່​​ເລື່ອນ​ເວລາ​ອີກ
2017-01-28 16:15:53  cri 
ວັນ​ທີ 27 ມັງກອນ​ນີ້, ທ່ານ​ເຊີ​ແກ ລັບລົຟ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ, ມີ​ຂ່າວ​ແຈ້ງວ່າ​ການ​ເຈລະຈາ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເຊີ​ແນວໃນ​ວັນ​ທີ 8 ກຸມພາ​ເດືອນ​ໜ້ານີ້ຈະ​ເລື່ອນ​ເວລາ​ໄປ​ຮອດ​ທ້າຍ​ເດືອນ,​ ຣັດ​ເຊຍ​ຫວັງ​ວ່າການ​ເຈລະຈາ​ດັ່ງກ່າວ​ກ່ຽວ​ກັບ​ບັນຫາ​ຊີຣີຈະ​ບໍ່ ເລື່ອນ​​ເວລາ​ອີກ,​ ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຂອງ​ຊີຣີສຸມ​ໃສ່ການ​ແກ້​ໄຂ​ບັນຫາ​ຕົວ​ຈິງ​ໂດຍ​ຜ່ານ​ການ​ຮ່າງ​ລັດຖະທຳ​ມະນູນ​ຊີ​ຣີສະບັບ​ໃໝ່.

ທ່ານ​ລັບລົຟກ່າວ​ວ່າ,​ ​ເຖິງ​ວ່າການ​ເຈລະຈາ​ອັສທະນາ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຈລະຈາທີ່​ຈະ​ຈັດ​ຂຶ້ນ​ຢູ່​ເຊີ​ແນວ,​ ​ແຕ່​ວ່າ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ຮັບຜິດຊອບ​ຈັດ​ວາງ​ການ​ເຈລະຈາ​ເຊີ​ແນວ​ມີ​ທ່າ​ທີ​ຫຍໍ້​ທໍ້​ມາ​ໂດຍ​ຕະຫຼອດ,​ ນັບ​ແຕ່​ເດືອນ​ເມສາ​ປີຜ່າ​ນມາ​ມາ​ນີ້​ບໍ່​ໄດ້​ຈັດການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊີ​ຣີອີກ​ເລີຍ,​ ການ​ກະທຳ​ດັ່ງກ່າວ​ເຮັດ​ໃຫ້​ບັນດາ​ຝ່າຍຍອມ​ຮັບ​ບໍ່​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ