ຈີນ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ເຢຍລະ​ມັນ​ເປັນ​ຄັ້ງ​ທຳ​ອິດ
2017-01-28 16:18:22  cri 
ກອງ​ປະຊຸມ​ອຸດສາຫະກຳ​ການ​ຄ້າ​ເຢຍລະ​ມັນ​ຫຼື DIHK ປະກາດ​ຜົນ​ການ​ຄິດ​ໄລ່​ຫຼ້າ​ສຸດ​ໃນ​ວັນ​ທີ 27 ມັງກອນ​ນີ້​ເຫັນ​ວ່າ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ​ໜຶ່ງ​ຂອງ​ເຢຍລະ​ມັນ​​ເປັນ​ຄັ້ງທຳ​ອິດ​ໃນ​ປີຜ່ານ​ມາ.

ມື້​ດຽວ​ກັນ, ທ່ານ​ໂວ​ເຄີ ​ເທ​ຣ​ເອີ, ຮອງ​ຜູ້ອຳນວຍການ​ໃຫຍ່​ຂອງ DIHK ທີ່​ຮັບຜິດຊອບ​ວຽກ​ງານ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ກ່າວ​ຕໍ່​ສື່​ມວນ​ຊົນ​ເຢຍລະ​ມັນ​ວ່າ, ຈີນ​​ໄດ້ເຂົ້າ​ແທນທີ່​ອາ​ເມ​ລິ​ກາ​​ແລະກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ສຳຄັນ​ທີ່​ສຸດ​ຂອງ​ເຢຍລະ​ມັນ​ເປັນ​ຄັ້ງທຳ​ອິດ.​ ຕາມ​ຜົນ​ການ​ຄິດ​ໄລ່​ຂອງ DIHK, ປີ​ຜ່ານ​ມາ​ອ​າ​ເມ​ລິ​ກາ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງປະ​ເທດ​ຕົນ, ຝລັ່ງ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 2.

 ກ່ອນ​ໜ້າ​ນີ້, ຈີນ​​ແມ່ນ​ຄູ່​ການ​ຄ້າທີ່​ໃຫຍ່​ທີ່​ສຸດ​ຂອງ​ເຢຍລະ​ມັນ​ໃນ​ອາຊີ,​ ​ເຢຍລະ​ມັນ​ກໍ​​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 1 ຂອງ​ຈີນ​ໃນ​ສະຫະພາບ​ເອີ​ລົບ​​ຫຼາຍ​ປີ​ລຽນຕິດ. ອີງ​ຕາມຕົວ​ເລກ​ສະຖິຕິ​ທີ່​ກົມ​​ພາສີ​ຈີນ​ປະກາດ​ໃນ​​ເດືອນ​ນີ້,​ ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຈີນ​ກັບ​​ເຢຍລະ​ມັນ​ໃນ​ປີ 2016 ບັນລຸ​ເຖິງ 999 ຕື້ 100 ລ້ານ​ຢວນ,​ ທຽບ​ໃສ່​​ໄລຍະ​ດຽວ​ກັນ​ປີ 2015 ໄດ້​ເພີ່ມ​ຂຶ້ນ 2,6%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ