ດຣ.​ສະ​ວາບ​ຍ້ອງຍໍ​ຄຳປາ​ໄສ​ຂອງ​ທ່ານ​ສີ​ຈີ້​ນຜີ​ງ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ເສດຖະກິດ​ໂລກ ​ແລະ ອວຍພອນ​ປີ​ໃໝ່​ຕໍ່​ປະຊາຊົນ​ຈີນ
2017-01-28 14:35:44  cri 

ວັນ​ທີ 27 ມັງກອນ​ນີ້, ດຣ. ຄຼາວສ໌ ສະ​ວາບ ຜູ້​ປະດິດ​ສ້າງ​ ທັງ​ເປັນ​ປະທານ​ປະຕິບັດ​ງານເວ​ທີ​ເສດຖະກິດ​ໂລກ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈີ້​ນຜີ​ງ​ ໃນ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ເສດຖະກິດ​ໂລກ 2017 ​ແລະ ອວຍພອນ​ປີ​ໃໝ່​ຕໍ່​ປະຊາຊົນ​ຈີນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ດຣ.ສະ​ວາບ​ກ່າວ​ວ່າ, ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ​ເປັນ​ເວລາ 30 ກວ່າ​ປີ​ມາ​ນີ້, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ປະຊາກອນ 700 ລ້ານ​ກວ່າ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ຍັງ​ໄດ້​ຊຸກ​ຍູ້​ເສ​ດຖະກິດ​ຂອງ​ປະ​ເທດ​ອື່ນໆ​ໃຫ້​ເຕີບ​ໂຕ ​ແລະ ພັດທະນາ. ດຣ.ສະ​ວາບ​ກ່າວ​ຕື່ມວ່າ, ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ ​ແລະ ຈຸ​ດປະສົງ​ຂອງ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​​ເວທີເສ​ດຖະກິດ​ໂລກ, ທ່ານ​ສີ​ຈີ້​ນຜີ​ງ​ໄດ້​ສະ​ເໜີ​ວິທີ​ແກ້​ໄຂ​ບັນຫາ​ໃນ​ປັດຈຸບັນ, ມີ​ຈຸດ​ຢືນທີ່​ຍຶດໝັ້ນ​ປະຕິບັດ​ງານ​ຮ່ວມກັນ​ໃນ​ການ​ຮ່ວມ​ມື​ສາກົນ ​ເພື່ອ​ສ້າງ​ຮູບ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ມີ​ແຕ່​ເຮັດ​ແນວ​ນີ້, ຈິ່ງ​ສາມາດ​ຊອກ​ຫາ​ວິທີ​ແກ້​ໄຂບັນຫາ​ຕ່າງໆ ​ເຊັ່ນ, ການ​ເຕີບ​ໂຕຂອງ​ເສດຖະກິດໂລກ​ທີ່ຄ່ອຍໆ​ເສຍ​ຄວາມດຸ​ນດ່ຽງ, ດິນ​ຟ້າ​ອາກາດ​ປ່ຽນ​ແປງ ​ແລະ ລັດທິ​ກໍ່​ການ​ຮ້າຍ​​ເປັນ​ຕົ້ນ.

ດຣ.ສະ​ວາບ​ຍັງ​ອວຍພອນ​ປີ​ໃໝ່​ຕໍ່​ປະຊາຊົນ​ຈີນ ​ແລະ ອວຍພອນ​​ໃຫ້ຈີນ​ຈະ​ເລີ​ນຮຸ່ງ​ເຮືອງ​, ປະຊາຊົນ​ມີ​ຄວາມສຸກ​ໃນ​ປີ​ໃໝ່ທີ່​ວຽນມາ​ເຖິງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ