ຊາວ​ຈີນທ່ຽວ​ຕ່າງປະ​ເທດ​ ​ໃນ​ປີ 2016 ມີ​ເຖິງ 122 ລ້ານ​ເທື່ອ​ຄົນ
2017-01-28 15:17:25  cri 

ບົດ​ລາຍງານ "ຕົວ​ເລກ​ໃຫຍ່​ຜູ້​ທ່ຽວ​ຕ່າງ​ປະ​ເທດຂອງ​ຈີນ​ປີ 2016" ສະ​ແດງ​ໃຫ້​ເຫັນ​ວ່າ, ຊາວ​ຈີນທ່ຽວ​ຕ່າງປະ​ເທດ​​ໃນ​ປີ 2016 ມີ​ເຖິງ 122 ລ້ານ​ເທື່ອ​ຄົນ
, ​ເກືອບ​​ເທົ່າ​ກັບປະຊາກອນ​ທັງ​ໝົດ​ຂອງ​ຍີ່​ປຸ່ນ. ບົດ​ລາຍ​ງານ​ເຫັນ​ວ່າ, ລາຍ​​ໄດ້​​ເພິ່ມຂຶ້ນ, ການ​ບໍລິ​ໂພ​ກທ່ອງ​ທ່ຽວ​​ໄດ້ຍົກ​ລະດັບ, ການ​ເຮັດວິຊາ​ສະດວກ, ຖ້ຽວ​ບິນ​ເພິ່ມຫຼາຍ​ຂຶ້ນ ກໍ່​ກາຍ​ເປັນສາ​ເຫດ​ທີ່​ຊຸກ​ຍູ້​ໃຫ້​ຊາວ​ຈີນ​ໄປ​ທ່ຽວ​ຕ່າງ​ປະ​ເທດຫຼາຍ​ຂຶ້ນ.

ຊາວ​ຈີນ​ທ່ຽວ​ຕ່າງປະ​ເທດ​ໄດ້​ເພິ່ມຂຶ້ນ​ຢ່າງ​ວ່ອງ​ໄວ​ນັບ​​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ, ຕົວ​ເລກ​ສະຖິຕິ​ສະ​​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ປີ 2016, ຊາວ​ຈີນ​ທ່ຽວ​ຕ່າງປະ​ເທດ​ໄດ້​ສ້າງ​ລາຍຈ່າ​ຍ 109 ຕື້ 800 ລ້ານ​ໂດ​ລາ, ລາຍ​ຈ່າຍ​ສະ​ເລ່ຍຕໍ່​ຫົວ​ຄົນ​ແມ່ນ 900 ​ໂດ​ລາ.ເຖິງ​ວ່າຈຳນວນ​ຜູ້​ທ່ຽວ​ຕ່າງປະ​ເທດ​ພຽງ​ແຕ່​ກວມ​ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ 3% ​ເທົ່າ​ນັ້ນ, ​ແຕ່​ລາຍ​ຈ່າຍ​ທ່ຽວ​ຕ່າງປະ​ເທດ​ກວມ​ 16% ຂອງ​ລາຍ​ຈ່າຍ​ການ​ທ່ອງ​ທ່ຽວຂອງ​ຈີນ.

ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເບິ່ງ​ໃນ​ແງ່​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ການທ່ອງທ່ຽວ​ປີ 2017 ​ໂດຍ​ເ​ຫັນ​ວ່າ, ​ໃນ​​ໄຕ​ມາດ​ທີ 1, ຄວາມ​ປາຖະໜາ​ທ່ອງ​ທ່ຽວ​ຂອງ​ຊາວ​ຈີນ​ແມ່ນ 82%, ຮັກສາ​​ໃນລະດັບ​ສູງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ