ຄະນະ​ສິລະ​ປະຈີນ​ເດີນທາງ​ໄປສະ​ແດງ​ຢູ່ 3 ປະ​ເທດ​​​ໃນ​ເອີຣົບ
2017-01-29 15:22:47  cri 
ວັນ​ທີ 28 ມັງກອນ​ນີ້ ​ເປັນ​ບຸນ​ກຸດ​ຈີນ​ທີ່​ກົງ​ກັບມື້​ຂຶ້ນ​ 1 ຄ່ຳ​ເດືອນ​ຈຽງ ຕາມ​ຈັນທະຄະຕິ​ຈີນ​ ເຊິ່ງຄະນະ​ສິລະ​ປະ"ວັດທະນະທຳ​ຈີນ,ທົ່ວ​ໂລກ​ຮ່ວ​ມສະຫຼອງ​ກຸດ​ຈີນ2017"​ເອີຣົບ 2 ​ໄດ້​​ອອກ​ເດີນທາງ​ໄປ​ອັງກິດ,​ໂຮ​ນລັງ​ແລະ​ແອັສປາຍ​ເພື່ອ​ດຳ​ເນີນ​ການສະ​ແດງ​ໃຫ້​ຊາວ​ຈີນ​ຕ່າງ​ດ້າວ​ເປັນ​ເວລາ 18 ວັນ. ​ໃນ​ຖານະ​ເປັນ​ຄະນະ​ສິລະ​ປະທຳ​ອິດ​ທີ່​ອອກ​ເດີນທາງ​ໃນ​ປີ​ລະກາ, ຄະນະສິລະ​ປະ​ເອີຣົບ 2 ​ໄດ້ສະ​ແດງ​ຢູ່​ນະຄອນຫຼວງ​ລອນ​ດອນ​ປະ​ເທດ​ອັງກິດ​ໃນ​ວັນ​ທີ 29 ມັງກອນ​ນີ້, ຈາກ​ນັ້ນ​ຈະ​ເດີນທາງ​ໄປ​ເມືອງເບີມິງແຮມປະ​ເທດ​ອັງກິດ,​ໂຮ​ນລັງ, ​ເມືອງ​ບາ​ເຊໂລ​ນາ(Barcelona)​ແລະນະຄອນຫຼວງມາດຣິດປະ​ເທດ​ແອັສປາຍ ​ແລະ​ແຫ່ງ​ອື່ນໆ​ໂດຍ​ຈະ​ສະ​ແດງ 7 ຮອບ​ຢູ່ 3 ປະ​ເທດ​ດັ່ງກ່າວ.

ທ່ານ​ຈ່າງ​ຢົງ​ເວິນ ຫົວໜ້າ​ຄະນະ​ສິລະ​ປະ, ຫົວໜ້າ​ກົມ​ບໍລິຫານ​​ເລຂາທິການ​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ລັດຖະບານ​ຈີນ​ຢືນຢັນ​ວ່າ ການສະ​ແດງ​ຢູ່​ສະໜາມ​ຫຼວງ​ເປັນ​ຈຸດ​ສຸມໃຫຍ່ອັນ​ໜຶ່ງ​ຂອງ​ຄະນະ​ສິລະ​ປະເອີຣົບ 2  ​ເຊິ່ງການສະ​ແດງ 7 ຮອບ​ທີ່​ກຳນົດ​ໄວ້​ໃນ​ແຜນການ​ນັ້ນມີ 3 ຮອບ​ສະ​ແດງ​ຢູ່​ສະໜາມ​ຫຼວງ.

ກິດຈະກຳ​ "ວັດທະນະທຳ​ຈີນ,ທົ່ວ​ໂລກ​ຮ່ວມ​ສະຫຼອງ​ບຸນ​ກຸດ​ຈີນ"​ເປັນ​ກິດຈະກຳ​ວັດທະນະທຳ​ທີ່ຫ້ອງການວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວລັດຖະບານ​ຈີນ​ແລະ​ສະມາຄົມ​ແລກປ່ຽນ​ຕໍ່​ຕ່າງປະ​ເທດ​ຈີນ​ເປັນ​ຜູ້​ຈັດ​ຕັ້ງ​ຂຶ້ນ ​ແລະ​ນັບ​ແຕ່​ປີ 2009 ​ເປັນຕົ້ນ​ມາ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ ​ມາ​ແລ້ວ 9 ຄັ້ງ​​ໂດຍ​ມີ​ຊື່ວ່າ  "ງານ​ລາຕີ​ສະ​ໂມ​ສອນ​ບຸນ​ກຸດ​ຈີນຢູ່​ຕ່າງປະ​ເທດ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ