ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາຈະ​ສຸມ​ກຳລັງ​ເພື່ອບັນລຸ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ
2017-01-29 15:56:07  cri 
ວັນ​ທີ 28 ມັງກອນ​ນີ້​, ທ່ານ​ວຼາດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍແລະ​ທ່ານ​ໂດ​ນັນ ທຣຳ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ໄດ້​ລົມ​ກັນ​ໂດຍ​ຜ່ານ​ໂທລະສັບ,​ ສອງ​ຝ່າຍ​ຕົກລົງ​ຈະ​ສຸມ​ກຳລັງ​ເພື່ອ​ບັນລຸ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂະຫຍາຍຕົວ​ຢ່າງ​ໝັ້ນ​ທ່ຽງ,​ ຮ່ວມ​ມື​ແກ້​ໄຂ​ບັນຫາ​ສາກົນ​ທີ່​ສຳຄັນ.

ຂ່າວ​ແຈ້ງວ່າ,​ ປະທານາທິບໍດີ​ສອງ​ປະ​ເທດ​ໄດ້​ປຶກສາ​ຫາລື​ບັນຫາ​ສາກົນ​ເຊັ່ນການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ,​ ສະຖານະ​ການ​ເຂດ​ຕາ​ເວັນ​ອອກ​ກາງ,​ ການປະ​ທະ​ກັນ​ລະຫວ່າງ​ປະ​ເທດ​ອາ​ລັບ​ກັບ​ອິສຣາ​ແອນ,​ ບັນຫາ​ນິວ​ເຄຼຍອີ​ຣານ,​ ບັນຫາ​ແຫຼມ​ເກົາຫຼີ​,​ ວິ​ກິດ​ການ​ອູ​ແກ​ຣນ​ແລະ​ອື່ນໆ.​ ສອງ​ຝ່າຍ​ຕົກລົງ​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ມື​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ສຸມ​ກຳລັງ​​ເພື່ອຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ສາກົນ​​ເປັນ​ບູລິ​ມະ​ສິດ,​ ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ເພື່ອ​ດັບ​ສູນ​ກຸ່ມ IS ​ແລະ​ອົງການ​ກໍ່ການ​ຮ້າຍ​ອື່ນໆ​ຢູ່​ດິນ​ແດນ​ຊີຣີ.

ຂ່າວ​ແຈ້ງ​ອີກ​ວ່າ,​ ປະທານາທິບໍດີ​ສອງ​ປະ​ເທດ​ໄດ້​ກ່າວ​ເນັ້ນ​ຄວາມ​ສຳຄັນ​ທີ່​ຟື້ນ​ຟູ​ການ​ໄປມາຫາສູ່​ກັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ,​ ​ເຫັນ​ວ່າ​ນີ້​ຈະ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຮັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ຂະຫຍາ​ຍ​ຕົວຢ່າງ​ໝັ້ນ​ທ່ຽງ.​ ທ່ານ​ປູ​ຕິ​ນ​ແລະ​ທ່ານ​ທຣຳຍັງ​ຕົກລົງ​ວ່າ​ຈະ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ປຶກສາ​ຫາລື​ເວລາ​ແລະ​ສະຖານ​ທີ່​ພົບ​ປະກັນ​ເປັນ​ເທື່ອ​ທຳ​ອິດ,​ ປະທານ​າທິບໍດີ​ສອງ​ປະ​ເທດ​ຈະ​ມີ​ການ​ຕິດ​ຕໍ່​ພົວພັນ​​ເປັນ​ປະຈຳ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ