ປະຊາຊົນ​ຟີ​ລິບ​ປີນ​ສະໜັບສະໜູນ​ປະ​ເທດ​ຕົນ​ລົງ​ເລິກ​ສາຍ​ພົວພັນ​ກັບ​ຈີນ
2017-01-29 15:56:56  cri 
ຜົນ​ການຢັ່ງປະຊາ​ມະຕິຟີ​ລິບ​ປີນຫຼ້າ​ສຸດ​ສະບັບ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ຟີ​ລິບ​ປີນ​ສະໜັບສະໜູນ​ລັດຖະບານ​ລົງ​ເລິກ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ປະ​ເທດ​ຕົນ​ກັບ​ຈີນ​ແລະຣັດ​ເຊຍ.​ ທຳນຽບປະທານາທິບໍດີ​ຟີ​ລິບ​ປີນ​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ຜົນ​ການ​ຢັ່ງ​ປະຊາ​ມະຕິ​ດັ່ງກ່າວ​ໃນ​ວັນ​ທີ 28 ມັງກອນ​ນີ້.

"Pulse Asia" ​ເຊິ່ງ​ເປັນ​ອົງການ​ສຳ​ຫຼວດ​ເອກະ​ຊົນ​ຟີ​ລິບ​ປີນ​ປະກາດ​ຜົນ​ການຢັ່ງາ​ປະຊາ​ມະຕິ​ສະບັບ​ໜຶ່ງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ສະ​ແດງ​ໃຫ້​ເຫັນ​ວ່າ, ມີປະຊາຊົນຟີ​ລິບ​ປີນ​ 47% ສະໜັບສະ​ໜູນ​ລັດຖະບານ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ​ແລະ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ກັບ​ຈີນ​ແລະຣັດ​ເຊຍ,​ ມີພຽງ 18% ທີ່​ບໍ່​ສະໜັບສະໜູນ. ທ່ານ​ອາ​ເບ​ລາ ​ໂຄສົກ​ທຳນຽບປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​ໃນ​ວັນ​ທີ 28 ມັງກອນ​ນີ້​ວ່າ,​ ຜົນ​ການ​ຢັ່ງ​ປະຊາ​ມະຕິ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ປະຊາຊົນ​ຂອງ​ປະ​ເທດ​ຕົນ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​​ເລິກ​ເຊິ່ງກວ່າ​ເກົ່າ​ຕໍ່​ສັງຄົມ​ແລະ​ການ​ເມືອງ​ໃນ​ປັດຈຸບັນ,​ ທ່ານ​ອາ​ເບ​ລາ​ກ່າວ​ວ່າ"ພວກ​ເຮົາ​ດີ​ໃຈ​ທີ່​ສຸດ​ທີ່ໄດ້​ເຫັນ​ວ່າ​ສາຍຕາ​ຂອງ​ປະຊາຊົນ​ຟີ​ລິບ​ປີນ​ນັບ​ມື້​ນັບ​ກວ້າງ​​ໄກກວ່າ​ເກົ່າ."

ທ່ານ​ອາ​​ເບ​ລາ​ກ່າວ​ຕື່ມ​ວ່າ, ທ່ານ​ໂຣ​ເຕີ​ລິ​ເກີ ຕູ​​ເຕີເຕ ປະທານາທິບໍດີ​ຟີ​ລິບ​ປີນ​​ລິ​ເລີ່ມສ້າງສາ​ຍພົວພັນ​ມິດຕະພາບ​ກັບປະ​ເທດ​ໃຫຍ່​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ