ໃນມື້​ຂຶ້ນ​ປີ​ໃໝ່​, ຈີນ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ 65 ລ້ານ 2 ​ແສນ​​ເທື່ອ​ຄົນ
2017-01-29 14:35:46  cri 

​ໃນ​ວັນ​ທີ 2 ຂອງ​ມື້​ພັກບຸນ​ກຸດ​ຈີນ, ການທ່ອງທ່ຽວ​ວັນ​ພັກກໍ່​​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນ. ຕະຫຼາດ​ການທ່ອງທ່ຽວ​ໃນ​ຍາມ​ພັກ​ແຫ່ງ​ຕ່າງໆ​ຂອງ​ຈີນ​ເກີດ​ມີ​ທ່ວງທ່າ​ເພິ່ມຂຶ້ນ, ຄ່ອຍໆ​ເຂົ້າ​ສູ່ກະ​ແສການທ່ອງທ່ຽວທີ່​ສູງ​ຂຶ້ນ. ຕົວ​ເລກ​ສະຖິຕິ​ກົມ​ການທ່ອງທ່ຽວ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນວ່າ, ​ໃນ​ວັນ​ທີ 28 ມັງກອນ​ນີ້ ຄື,ມື້​ຂຶ້ນ​ປີ​ໃໝ່​ຈີນ,ນັກ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​ຈີນ​ລວມມີ 65 ລ້ານ 2 ​ແສນ​ເທື່ອ​ຄົນ, ​​ເພິ່ມຂຶ້ນ 14,7% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ 2016, ລາຍ​ຮັບ​ການທ່ອງທ່ຽວ 76 ຕື້​ຢວນ, ​ເພິ່ມຂຶ້ນ 14,5% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ 2016.

ສ່ວນຈຳນວນ​ຜູ້​ໂດຍສານ​ດ້ວຍ​ທາງ​ລົດ​ໄຟ ​ແລະ ທາງ​ຫຼວງຫຼຸດ​ລົງ​ໃນ​ວັນ​ທີ 28 ມັງກອນ​ນີ້, ການ​ເດີນທາງ​ສະດວກ​ຫຼາຍກວ່າ​ເກົ່າ.

ໃນ​ມື້​ຂຶ້ນ​ປີ​ໃໝ່, ຕົວ​​ເມືອງ​ທ່ອງ​ທ່ຽວ​ ​ແລະ ​ແຫຼ່ງທ່ອງ​ທ່ຽວ​ຕ່າງໆ​ຂອງ​ຈີນ​ໄດ້​ກຽມພ້ອມ​​​, ມີກິດຈະກຳ​ອັນ​ອຸດົມສົມບູນ​ຫຼາຍ, ລະບຽບການທ່ອງທ່ຽວ​ກໍ່ຈັດ​ສັນ​ເປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ