ກິດຈະກຳ "ສະຫຼອງ​ບຸນ​ກຸດ​ຈີນ​--ວັນ​ຄອບຄົວ​ປີ​ໃໝ່​ຈີນ" ຈັດ​ຂຶ້ນ​ຢູ່​ວໍຊິງ​ຕັນ
2017-01-29 15:30:30  cri 

ຕາມ​ຂ່າວCRI: ວັນ​ທີ 28 ມັງກອນ​ນີ້, ກິດຈະກຳ "ສະຫຼອງ​ບຸນ​ກຸດ​ຈີນ​--ວັນ​ຄອບຄົວ​ປີ​ໃໝ່​ຈີນ" ທີ່​ສະຖານທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ ກັບ ຫໍພິພິດທະພັນ​ສິລະ​ປະ​ອາ​ເມ​ລິ​ກາ​ຂອງ​ສະມາຄົມສະມິ​ຊອນ​ເປັນ​ເຈົ້າພາບ ​ໄດ້ຈັດ​ຂຶ້ນ​ຢູ່​ວໍ​ຊີງຕັນ.

ນີ້​ແມ່ນ​ກິດ​ຈະ​ກຳ "ວັນ​ຄອບ​ຄົວ​ປີ​ໃໝ່​ຈີນ" ​ເທື່ອ​ທີ​ 4 ທີ່ຫໍພິພິດທະພັນ​ສິລະ​ປະ​ອາ​ເມ​ລິ​ກາ​ຂອງ​ສະມາຄົມສະມິ​ຊອນ​ຈັດ​ຂຶ້ນ​ຢ່າງ​ລຽນຕິດ, ທ່ານ​ຊຸ່ຍ​ທ່ຽວ​ຂາຍ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ ​ແລະ ທ່ານ​ດາ​ວິດ ສະ​ໂຄຕອນປະທານ​ສະມາຄົມ​ສະມິ​ຊອນ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ດັ່ງກ່າວ. ທ່ານ​ສະ​ໂຄຕອນກ່າວ​ວ່າ, ທ່ານ​ໄດ້​ໄປ​ຈີນ​ຫຼາຍ​ເທື່ອ​ແລ້ວ, ດີ​​ໃຈ​ຫຼາຍທີ່​​ໄດ້ໃຫ້​ຊາວ​ອາ​ເມ​ລິ​ກາ​ຫຼາຍ​ຂຶ້ນຮູ້​ຈັກວັດທະນະທຳ​ຈີນທີ່​ປະຫວັດ​ດົນ​ນານ ​ເນື່ອງ​ໃນ​ໂອກາດ​ທີ່​ບຸນ​ກຸດ​ຈີນ​ມາ​ເຖິງ​ນີ້.

ກິດຈະກຳ​ຕ່າງໆ​ຈັດ​ຂຶ້ນ​ຢູ່​ເດີ່ນ​ໂກ​ກອດ​ຂອງ​ຫໍພິພິດທະພັນ, ບໍ່​ພຽງ​ແຕ່​ມີ​ການສະ​ແດງ​ເຊີ​ດສິງ​, ງິ້ວປັກ​ກິ່ງ ​ແລະ ດົນຕີ​ພື້ນ​ເມືອງ​ເທົ່າ​ນັ້ນ, ຍັງ​ໄດ້​ເຊື້ອ​ເຊີນ​ຜູ້​ສືບ​ທອດມໍລະດົກ​ວັດທະນະທຳ​ທີ່​ບໍ່​ແມ່ນ​ວັດຖຸຈາກ​ນະຄອນຫຼວງ​ປັກ​ກິ່ງ ນຳ​ເອົາຜົນງານ​ສິລະ​ປະ​ຂອງ​ຕົນ​ມາ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກັບ​ປະຊາຊົນ​ອາ​ເມ​ລິ​ກາ​ທີ່​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ວັນ​ຄອບຄົວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ