ໃນ​ໄລຍະ​ພັກບຸນ​ກຸດ​ຈີນ​ຄາດ​ວ່າ​ຈະມີ​ນັກ​ທ່ອງ​ທ່ຽວ​​ໄປ​ທ່ຽວ​ຕ່າງປະ​ເທດ​ກາຍ 6 ລ້າ​ນ​ເທື່ອ​ຄົນ
2017-01-30 15:11:19  cri 

ການ​ໄປທ່ອງ​ທ່ຽວ​​ໃນ​ໄລຍະ​ພັກ​ບຸນ​ກຸດ​ຈີນ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຮູບ​ການຜ່ານ​ມື້ບຸນ​ທີ່​ສຳຄັນ​ຂອງ​ຊາວ​ຈີນ ​ໂດຍອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ ​ໄດ້​​ເຜີຍ​ແຜ່​ຕົວ​ເລກ​ຫຼ້າສຸດ​ ​​ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ 3 ມື້​ທຳ​ອິດ​ຂອງ​ໄລຍະ​ພັກ​ບຸນ​ກຸດ​ຈີນ, ການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ​ໄດ້​ບັນລຸ 195 ລ້ານ​ເທື່ອ​ຄົນ, ຂະນະ​ທີ່ການໄປ​ທ່ຽວ​ຕ່າງປະ​ເທດ​ກໍ​ໄດ້​ຮັບ​ຄວາມ​ນິຍົມ​ເຊັ່ນ​ດຽວ​ກັນ ​​ເຊິ່ງຈຳນວນ​ນັກ​ທ່ອງ​ທ່ຽວ​​ເປັນ​ໝູ່ຄະນະ​ໄປ​ທ່ຽວ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ 10,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ບຸນ​ກຸດ​ຈີນ​ປີຜ່ານມາ. ທາງ​ການ​ຄາດ​ວ່າ ການ​ໄປ​ທ່ຽວ​ຕ່າງປະ​ເທດ​ຈະ​ກາຍ 6 ລ້ານ​ເທື່ອ​ຄົນ.

ນອກ​ນີ້, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ ຍັງ​ປະກາດ​ວ່າ, ​ການທ່ອງທ່ຽວໃນ​ໄລຍະ​ພັກ​ບຸນ​ກຸດ​ຈີນ​ 2017 ​ ຈະມີ​ຈຸດ​ພິ​ເສດ ຄື ປະຊາຊົນ​ນິຍົມ​ການ​​ໄປທ່ອງ​ທ່ຽວ, ມີຜະລິດ​ຕະພັນຕອບ​ສະໜອງ​ທີ່ອຸດົມ​ສົມບູນ ​ແລະ ການ​ໄປ​ທ່ອງ​ທ່ຽວ​ໄດ້​ກາຍ​ເປັນ​ກະ​ແສ​ນິຍົມ​ເປັນ​ກ້າວໆ ​ແລະ​ ຄາດ​ວ່າ ​ໃນ​ໄລຍະ​ພັກເປັນ​ເວລາ 7 ວັນ​ນີ້, ນັກ​ທ່ອງ​ທ່ຽວ​ທີ່​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ​ຈະ​ບັນລຸ 343 ລ້ານ​ເທື່ອ​ຄົນ ​ເພີ່ມ​ຂຶ້ນ 13,6% ​ເມື່ອ​ທຽບ​ໃສ່​ໄລຍະ​ພັກ​ບຸນ​ກຸດ​ຈີນ​ປີ​ຜ່ານ​ມາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ