ເຫດການ​ເຮືອຫຼົ້ມ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ຊາບາຂອງ​ມາ​ເລ​ເຊຍ​ມີ 22 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ ​,​ ມີ​ນັກ​ທ່ອງ​ທ່ຽວ​ຈີນ 3 ຄົນ​ເສຍ​ຊິວິດ
2017-01-30 14:17:43  cri 
ຕອນ​ຄ່ຳ​ວັນ​ທີ 29 ມັງກອນ​ນີ້, ຜູ້​ຮັບຜິດຊອບ​ກົມ​ປະຕິບັດກົດໝາຍ​ທາງ​ທະ​ເລ​ມາ​ເລ​ເຊຍ​ກ່າວ​ວ່າ, ​ໃນ​ເຫດການ​ເຮືອ​ບັນທຸກ​ນັກ​ທ່ອງ​ທ່ຽວຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້​​ເກາະ​ເມັນ​ກາ​ລົມ​ປະ​ເທດ​ຕົນນັ້ນ​, ມີ 22 ຄົນ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ,​ ມີ​ນັກ​ທ່ອງ​ທ່ຽວ​ຈີນ 6 ຄົນ​ຫາຍ​ສາບ​ສູນ, 3 ຄົນ​ເສຍ​ຊີວິດອີກ​, ປັດຈຸບັນວຽກ​ງານກູ້​ໄພ​ຍັງ​ເລັ່ງດຳ​ເນີນ​ຢູ່.

ສື່​ມວນ​ຊົນມາ​ເລ​ເຊຍ​ລາຍ​ງານ​ວ່າ,​ ​ໃນ​ເຮືອ​ລຳ​ດັ່ງກ່າວ​ມີນັກ​ທ່ອງ​ທ່ຽວ​ຈີນ 28 ຄົນ​ແລະ​ລູກ​ເຮືອ 3 ຄົນ, ​ເຮືອ​ລຳ​ນີ້ຫຼົ້ມ​ຢູ່​ເຂດ​ທະ​ເລ​ໃກ້​​ເກາະ​ເມັນ​ກາ​ລົມ,​ ລູກ​ເຮືອ​ 2 ຄົນ​ພະຍາຍາມ​ຂຶ້ນ​ບົກ​​ໄດ້​ແລະຮຽກ​ການ​ຊ່ວຍ​ເຫຼືອ, ຂະນະ​ທີ່ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ໄດ້​ຊ່ວຍ​ເຫຼືອ​ກັນ​ຟູ​ຢູ່​ໜ້າ​ນ້ຳພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ລູກ​ເຮືອ​ອີກ​ຄົນ​ໜຶ່ງ​ແລະ​ລໍຖ້າ​ການ​ຊ່ວຍ​ເຫຼືອ.

ນອກນີ້ຂ່າວແຈ້ງວ່າ,​ ເຮືອລຳ​ໜຶ່ງທີ່ບັນຈຸນັກທ່ອງທ່ຽວຈີນທີ່ໄດ້ຮັບການ​ຊ່ວຍ​ເຫຼືອນັ້ນ​ໄດ້​​ເດີນທາງ​ເຖິງໂຄ​ຕາ​ຄີ​ນາ​ບາ​ລູ, ​ເທດສະບານ​ລັດ​ຊາ​ບາ​ໃນ​ຕອນ​ຂ້ອນ​ແຈ້ງ​ວັນ​ທີ 30 ມັງກອນ​ນີ້.  ​ໃນ​​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ນາງເສິນ​​ເພີ້​ຍແຈ ກົງສຸນ​ໃຫຍ່​ຂອງ​ສະຖານ​ກົງສຸນ​ຈີນ​ປະຈຳໂຄ​ຕາ​ຄີ​ນາ​ບາ​ລູກ່າວ​ວ່າ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄດ້​ຮັບການ​ຊ່ວຍ​ເຫຼືອ​ນັ້ນລ້ວນ​ແຕ່​ໄດ້ຮັບ​ບາດ​ເຈັບ​ໃນ​ລະດັບ​ໃດ​ໜຶ່ງຕ່າງ​ກັນ, ​ແລະ​ໄດ້​ສົ່ງ​ໄປ​ປິ່ນປົວ​ຢູ່​ໂຮງໝໍ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ