ອະດີດ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຝລັ່ງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນຂອງຝ່າຍຊ້າຍ
2017-01-30 15:20:04  cri 
 ຕອນ​ຄ່ຳ​ວັນ​ທີ 29 ມັງກອນ​ນີ້, ຄະນະ​ກຳມະການ​​​ຊີວິດ​ສາທາລະນະ​ໂປ່​ງ​​ໃສຂອງ​ຝລັ່ງປະກາດ​ວ່າ,​ ທ່ານ​ເບ​ນົດ ອໍ​ມົງ, ອະດີດ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​ຝລັ່ງ​ໄດ້​ຮັບ​ໄຊຊະນະ​​ໃນການ​ປ່ອນ​ບັດ​ຮອບ​ທີ 2 ຂອງ​ການ​ເລືອກ​ຕັ້ງ​​ເບື້ອງ​ຕົ້ນ​ຂອງ​ຝ່າຍ​ຊ້າຍ​ໃນ​ການ​ເລືອກຕັ້ງ​ປະທານາທິບໍດີ​ຝລັ່ງປີ 2017.​ ນີ້​ໝາຍ​ຄວາມ​ວ່າ​ພາຍຫຼັງທ່ານ​ຝລັງ​ຊົວ ຟິລົນ, ອະດີ​ນາຍົກລັດຖະມົນ​ຕີ​ຝລັ່ງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​​ເບື້ອງ​ຕົ້ນຢ່າງ​ພິກ​ລັອກແລ້ວ,​ ການ​ເລືອກ​ຕັ້ງປະທານາທິບໍດີ​​ໃນ​ເບື້ອງ​ຕົ້ນ​ຂອງຝລັ່ງ​ໄດ້​ເກີດ​ຜົນ​​ເໜືອຄວາມຄາດ​ຄິດ​ຂອງ​ຄົນ​ທັງຫຼາຍອີກ​ເທື່ອ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ