​ໄຂງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ນັກ​ສຶກສາ​​ໂລກ​ຄັ້ງ​ທີ 28
2017-01-30 14:43:11  cri 

ຕອນຄ່ຳ​ວັນ​ທີ 29 ມັງກອນ​ນີ້, ພິທີ​ໄຂ​ງານ​ກິລາ​ໂອລິ​ມປິກ​ລະດູ​ໜາວ​ນັກສຶກສາ​ໂລກ​ຄັ້ງ​ທີ 28 ​ໄດ້​ຈັດຂຶ້ນ​ຢູ່​ສະໜາມກິລາ​ແຂ່ງຂັນອານ​ມາຕີປະ​ເທດ​ກາ​ຊັກ​ສະຖານ, ທ່ານ​ເນີ​ຊູ​ດານນາ​ຊາ​ບາ​ເຢຟ ປະທານາທິບໍດີ​ກາ​ຊັກ​ສະຖານ​, ທ່ານ​ໂອ​ເລັກ ມາ​ຕີ​ຊິນ ປະທານ​ສະຫະພັນ​ກິລາ​ນັກ​ສຶກສາສາກົນ,ນັກ​ການ​ເມືອງ​ທີ່ສຳຄັນ​ຂອງ​ບາງ​ປະ​ເທດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວນ​ໜຶ່ງ​ໄດ້​ເຂົ້າ​ຮ່ວມພິທີ​ໄຂ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ຄັ້ງ​ນີ້. ຂະນະ​ທີ່ທ່ານ​​ໂທ​ມາສ ບາ​ສ໌ປະທານ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ​ກໍ່​ໄດ້​ສົ່ງ​ຄຳ​ອວຍພອນ​​ເຖິງ​ພິທີ​ໄຂ​ງານ​ຜ່ານ​ທາງ​ວິ​ດີ​ໂອ.


ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ນັກ​ສຶກສາ​ໂລກ​ຄັ້ງ​ທີ 28 ຈະ​ດຳ​ເນີນ​ໄປ​ຮອດ​ວັນ​ທີ 8 ກຸມພາ, ການ​ແຂ່ງຂັນ 12 ປະ​ເທດ​ກິລາ, ຫຼຽນ​ຄຳ 86 ຫຼຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ