ກົນ​ໄກ​ແລກປ່ຽນ​ວັດທະນະທຳ​ລະຫວ່າງບັນດາ​ປະ​ເທດລຽບ​​ເສັ້ນທາງ​ສາຍ​ໄໝ​​ເທີ​ງ​ທະ​ເລ​ເລີ່​ມສົມບູນ​ຂຶ້ນ
2017-01-31 16:18:28  cri 
ຫວ່າ​ງ​ມໍ່​ໆນີ້ ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຂວງ​ສານ​ສີ່​ຈີນ​ໄດ້​ເຜີຍ​ແຜ່ "ປຶ້ມປົກ​ສີຟ້າ​ກ່ຽວ​ກັບ​ເສັ້ນທາງ​ສາຍ​ໄໝ" ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ​​ເວທີ​ແລກປ່ຽນ​ວັດທະນະທຳ​ຂອງ​ຈີນ​ທີ່​ຖື​ເສັ້ນທາງ​ສາຍ​ໄໝ​ເປັນ​ຫຼັກນັ້ນ​​ເລີ່​ມສົມບູນ​ຂຶ້ນ, ກົນ​ໄກ​ແລກປ່ຽນ​ວັດທະ ນະ​ທຳ​ກັບ​ຕ່າງປະ​ເທດກໍ​ເປັນ​ປົກກະຕິ​ເຊັ່ນ​ກັນ.

ປັດຈຸບັນ ຢູ່​ແຂວງ​ສານ​ສີ່, ​ແຂວງ​ກັ່ນ​ຊູ່​ແລະ​ແຂວງ​ອື່ນໆ​ໄດ້​ຈັດ​ກິດຈະກຳ​ວັດທະນະທຳ​ກ່ຽວກັບ​ເສັ້ນທາງ​ສາຍ​ໄໝຫຼາຍ​ເ​ທື່ອ​ມາ​ແລ້ວ, ​ເຊັ່ນ ງານ​ເອັກສ​ໂປ​ສາກົນ​ເສັ້ນທາງ​ສາຍ​ໄໝ, ບຸນ​ທ່ອງ​ທ່ຽວ​ສາກົນ​ເສັ້ນທາງ​ສາຍ​ໄໝ, ງານ​ສິລະ​ປະ​ສາກົນ​ເສັ້ນທາງ​ສາຍ​ໄໝ, ງານວາງສະ​ແດງ​ສິນຄ້າ​ວັດທະນະທຳ​ສາກົນ​ເສັ້ນທາງ​ສາຍ​ໄໝ ​ແລະ​ອື່ນໆ. ງານ​ບຸນ​ເຫຼົ່າ​ນີ້​ໄດ້​ເຈາະ​ຈົງ​ສະ​ແດງ​ໃຫ້​ເຫັນຜະລິດ​ຕະພັນ​ທ່ອງ​ທ່ຽວແລະ​ໝາກຜົນວັດທະນະທຳທີ່​ເປັນ​ເອກະລັກ​ຂອງ​ບັນດາ​ປະ​ເທດ​ລຽບ​​ເສັ້ນທາງ​ສາຍ​ໄໝ, ​​ເປັນ​ແທ່ນ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ແລກປ່ຽນ​ວັດທະນະທຳ​ສາກົນ.

ຂະນະດຽວ​ກັນ, ຈີນ​ໄດ້​ສ້າງ​ສູນວັດທະນະທຳ​ຈີນ​ຫຼາຍ​ແຫ່ງ​ໃນ​ບັນດາ​ປະ​ເທດລຽບ​​ເສັ້ນທາງ​ສາຍ​ໄໝ, ຈັດງານບັນຍາຍ​ ​ແນະນຳ​ປຶ້ມ​ ແລະ​ກິດ​ຈະ​ກຳ​ອື່ນໆ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວັດທະນະທຳ​ແລະ​ສິລະ​ປະ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ