ວຽກ​ງານ​ກູ້​ໄພ​​ເຮືອ​ຫົ້ຼມຢູ່​ເມັນ​ກາ​ລົມຍັງ​ບໍ່​ທັນພົບຜູ້ຫາຍ​ສາບ​ສູນ
2017-01-31 16:23:16  cri 

​ວັນ​ທີ 30 ມັງກອນນີ້, ​ເຈົ້າໜ້າ​ທີ່​ອົງການ​ປະຕິບັດ​ກົດໝາຍ​ດ້ານ​ທະ​ເລ​ຂອງ​ມາ​ເລ​ເຊຍ​ກ່າວ​ວ່າ, ວຽກ​ງານ​ກູ້​ໄພ​ໃນ​ມື້​ດຽວ​ກັນຍັງ​ບໍ່​ທັນ​ພົບ​​ຜູ້​ຫາຍ​ສາບ​ສູນ​ໃນ​ເຫດການ​ເຮືອ​ຫຼົ້​ມຢູ່​ເຂດ​ທະ​ເລ​ໃກ້​ເກາະ​ເມັນ​ກາ​ລົມ. ​ເຈົ້າໜ້າ​ທີ່ຕຳຫຼວດ​ມາ​ເລ​ເຊຍ​ກ່າວ​ວ່າ, ​ໄດ້​ຈັບ​ເຈົ້າຂອງ​ເຮືອ​ທີ່​ຫຼົ້ມ​ແລະ​ລູກ​ເຮືອ 2 ຄົນ​ເພື່ອດຳ​ເນີນ​ການສອບ​ສວນ.

​ເຈົ້າໜ້າ​ທີ່​ຜູ້​ນີ້​ເວົ້າວ່າ, ວຽກ​ງານ​ກູ້​ໄພ​ໃນ​ມື້​ດຽວ​ກັນ ກໍ​ຍັງບໍ່ທັນ​ພົບ​ຜູ້​ລອດ​ຊີວິດ, ​ແຕ່​ຍັງ​ຈະ​ສືບຕໍ່​ກູ້​ໄພ.

ວັນ​ທີ 30 ມັງກອນ​ນີ້, ທ່ານ​ນາ​ຈິບ ຕູນຣາຊັກ ນາຍົກລັດຖະມົນຕີ​ມາ​ເລ​ເຊຍ​ໄດ້​ກ່າວ​ໂດຍ​ຜ່ານ​ສື່​ສັງຄົມ​ອອນ​ໄລວ່າ, ທ່ານ​ເອົາ​ໃຈ​ໃສ່​ທີ່​ສຸດ​ຕໍ່​ເຫດການ​ເຮືອ​ຫຼົ້ມ​ເທື່ອ​ນີ້, ​ແລະ​ຮຽກຮ້ອງ​ໃຫ້​ສຳ​ຫຼວດສາ​ເຫດທີ່​ພາ​ໃຫ້​ເກີດ​ເຫດການ​ຢ່າງ​ເຖິງຖອງ, ​ແຕ່​ໄລຍະ​ປັດຈຸບັນ​ຕ້ອງ​ສຸມ​ໃສ່​ການຊອກ​ຫາ​ຜູ້​ຫາຍ​ສາບ​ສູນ​ກ່ອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ