ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ປະນາມ​ເຫດການຍິງກັນ​ທີ່​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າ​ຄຸຍ​ເບັກ​ຂອງ​ກາ​ນາ​ດາ
2017-01-31 14:16:51  cri 
ວັນ​ທີ 30 ມັງກອນ​ນີ້,​ ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ປະນາມ​ຕໍ່​ເຫດການ​ຍິງ​ກັນ​ທີ່​ເກີດ​ຂຶ້ນຢູ່ສຸ​ເຫຼົ່າ​ຄຸຍ​ເບັກ​ຂອງ​ກາ​ນາ​ດາ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.

ທ່ານ​ສະ​ເຕ​ເຟັ​ນ ດຸ​ຈາຣິກ, ​ໂຄສົກ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ​ນີ້​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຕິດຕາມ​ສະພາບ​ການ​ສືບສວນຕໍ່​ເຫດການ​ຍິງ​ກັນ​ທີ່​ເຮັດ​ໃຫ້ຜູ້​ຄົນ​ແຕກ​ຕື່ນ​ທີ່​ເກີດ​ຂຶ້ນ​ຢູ່ສຸ​ເຫຼົ່າ​ຄຸຍ​ເບັກ. "ພວກ​ເຮົາ​ກ່າວ​ປະນາມ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ແນ​ໃສ່​ສະຖານ​ທີ່​ທາງ​ສາສະໜາ".

ທ່ານ ດຸ​ຈາຣິກກ່າວ​ຕື່ມ​ວ່າ, ​ເຊື່ອ​ວ່າ​ລັດຖະບານ​ແລະ​ປະຊາຊົນ​ກາ​ນາ​ດາ​ທີ່ມີ​ການສະ​ແດງ​ດີ​ເດັ່ນ​ໃນ​ດ້ານ​ວັດທະນະທຳທີ່​ຫຼາກ​ຫຼາຍ​ແລະ​ມີ​ຈິດ​ໃຈ​ກວມ​ລວມສາມາດ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສາມັກຄີ, ​ແລະ​ປາສະຈາກຄວາມ​ຂັດ​ແຍ້ງກັນທຸກ​ປະການທີ່​ເກີດ​ຂຶ້ນ​ຍ້ອນ​ສາສະໜາ.

ຂ່າວ​ແຈ້ງວ່າ,​​ ​ເຫດການ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າ​​ແຂວງ​ຄຸຍ​ເບັກ​ຂອງ​ກາ​ນາ​ດາ​ໃນ​ຕອນ​ຄ່ຳ​ວັນ​ທີ 29 ມັງກອນ​ນີ້​ໄດ້​​ເຮັດ​ໃຫ້ 6 ຄົນ​ເສຍ​ຊີວິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ