ອາ​ເມ​ລິ​ກາ​ຈະ​ເກັບ​ພາສີ​ຕ້ານ​ການຂາຍ​​ເທ​ຕະຫຼາດ​ຕໍ່​ຈັກຊັກ​ເຄື່ອງຂະໜາດ​​ໃຫຍ່​ຂອງ​ຈີນ
2017-01-31 14:17:32  cri 
ວັນ​ທີ 30 ມັງກອນ​ນີ້, ຄະນະ​ກຳມະການ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ​ໄດ້​ລົງມະຕິ​ເທື່ອ​ສຸດ​ທ້າຍ,​ ​ໂດຍ​ຕົກລົງຈະ​​ເກັບ​ພາສີ​ຂາຍ​ເລ​ຕໍ່​ຈັກຊັກ​ເຄື່ອງ​ຂະໜາດໃຫຍ່ທີ່​ນຳ​ເຂົ້າ​ຈາກ​ຈີນ.

ອີງ​ຕາມ​ຜົນ​ການ​ຕັດສິນ​ສຸດ​ທ້າຍຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ​ໃນ​ເດືອນ​ທັນວາ​ປີຜ່ານມາ, ອາ​ເມ​ລິ​ກາ​ຈະ​ເກັບ​ພາສີ​ຕ້ານການ​ຂາຍ​​ເລ​ຕະຫຼາດ 32,12% ຫາ 52,51% ຕໍ່​ນັກທຸລະກິດ​ຈີນ.

ສຳລັບ​ຄວາມ​ຂັດ​ແຍ້ງກັນ​ດ້ານການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ,​ ກະຊວງ​ການ​ຄ້າ​ຈີນ​ໄດ້​ສະ​ແດງ​ທ່າ​ທີຫຼາຍ​ເທື່ອ​ແລ້ວ​ວ່າ, ຫວັງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ທີ່​ຄັດຄ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ​ຢ່າງ​​ເຄັ່ງຄັດ,​ ຮ່ວມ​ກັນ​ຮັກສາສະພາບ​ແວດ​ລ້ອມ​ການ​ຄ້າ​ສາກົນ​ທີ່​ເສ​ລີ​ພາບ, ​ເປີດ​ປະຕູ​ແລະ​ທ່ຽງທຳ,​ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ານການ​ຄ້າ​ຢ່າງ​ເໝາະ​ສົມ​ດ້ວຍ​ວິທີ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ