ທ່າ​ນສີ​ຈີ້​ນຜີ​ງ ກັບ ປະທະນາທິບໍດີ​ມານ​ຕາ​ສົ່ງ​ໂທລະ​ເລກ​​ເຊິ່ງກັນ​ແລະ​ກັນ ​ເພື່ອສະຫຼອງ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 45 ປີ
2017-01-31 14:04:32  cri 

ຕາມ​ຂ່າວCRI: ວັນ​ທີ 31 ມັງກອນ​ນີ້, ທ່ານ​ສີ​ຈີ້​ນຜີ​ງ ປະທານ​ປະ​ເທດ​ຈີນ ກັບ ທ່ານ​ນາງ​ມາຣີ ລູອີສ ກາ​ເລ​ໂຣ ​ເບຼກາ ປະທາ​​ນາທິບໍດີ​ມານ​ຕາ​ໄດ້ສົ່ງ ໂທລະ​ເລກ​​ເຊິ່ງກັນ​ແລະ​ກັນ ເນື່ອງໃນໂອກາດທີ່ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 45 ປີ.

ໃນ​ໂທລະ​ເລກ, ທ່ານ​ສີ​ຈີ້​ນຜີ​ງຊີ້​ອອກ​ວ່າ, ນັບ​ແຕ່​ຈີນ ກັບ ມານ​ຕາ​ສ້າງສາ​ຍພົວພັນ​ທາງ​ກາ​ນທູດ​ເປັນເວລາ 45 ປີ​ມາ​ນີ້, ການ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ໄດ້ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ໃນຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ໝາກຜົນຢ່າງ​ສົມບູນ.ທ່ານ​​ເອົາ​​ໃຈ​ໃສ່​ນຳ​ການ​ຂະຫຍາຍ​ການ​ພົວພັນ​ຈີນ-​ມານ​ຕາ​ໃນ​ລະດັບ​ສູງ, ຍິນ​ດີຮ່ວມ​ ​ກັບ​ທ່ານ​ນາງ​ປະທານາທິບໍດີ​ເບຼກາ, ຊຸກ​ຍູ້​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງລະຫວ່າງ​ສອງ​ປະ​ເທດ​ລົງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອສ້າງ​ຄວາມຜາສຸກ​ໃຫ້​ແກ່​ສອງ​ປະເທດ ​ແລະ ປະຊາຊົນ​ສອງ​ຊາດຍິ່ງໆຂຶ້ນ.

ໃນ​ໂທລະ​ເລກ, ທ່ານ​ນາງ​ເບຼກາກ່າວ​ວ່າ, ນັບ​ແຕ່​ມານ​ຕາ ກັບ ຈີນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ເປັນເວລາ 45 ປີ​ມາ​ນີ້, ການ​ພົວພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງ​ດີງາມ​ບົນ​ພື້ນຖານ​ທີ່​ເຄົາລົບ ​ແລະ ​​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ. ​ໂດຍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ ​ແລະ ທີ່​ສະຖານະ​ການ​ສາກົນທີ່​ປ່ຽນ​ແປງ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​​ແຟ້ນຂຶ້ນ. ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ, ການ​ພົວພັນ​ມານ​ຕາ-​ຈີນ​ຈະ​ໄດ້​ຮັບ​ການເພິ່ມພູນຄູນສ້າງ​ຢ່າງ​ບໍ່​ຢຸດຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ