ໃນ 4 ມື້​ຍາມ​ພັກ​ບຸນ​ກຸດ​ຈີນ, ຈີນ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າ 250 ລ້ານ​​ເທື່ອ​ຄົນ
2017-01-31 16:39:02  cri 

ຍາມ​ພັກ​ບຸນ​ກຸດ​ຈີນ 2017 ​ໄດ້​ຜ່ານ​ໄປ 4 ມື້​ແລ້ວ, ຕະຫຼາດ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​ຈີນ​​ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ ​ແລະ ລາຍ​ຮັບ​ການທ່​ອງທ່ຽວ​ລ້ວນ​ແຕ່​ເພິ່ມຫຼາຍ​ຂຶ້​ນ. ​ ນັບແຕ່​ວັນ​ທີ 27 ​ຫາ​ວັນ​ທີ 30 ມັງ​ກອນນີ້ ,ນັບ​ລວມ​ແລ້​ວ, ຈີນ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າ 250 ລ້ານ​​ເທື່ອ​ຄົນ.

ອີງ​ຕາມຕົວ​ເລກ​ຂອງ​ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ, ຈຳນວນ​ນັກ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ​ຈີນ​ໃນ​ວັນ​ທີ 30 ມັງກອນ​ນີ້​ບັນລຸ 63 ລ້ານ 1 ​ແສນ​ເທື່ອ​ຄົນ, ​ເພິ່ມຂຶ້ນ 15,1% ​ເມື່ອ​ທຽບໃສ່ໄລຍະ​ດຽວ​ກັນ​ຂອງ​ປີ 2016, ລາຍ​ຮັບຈາກ​ການທ່ອງທ່ຽວບັນລຸ​ເຖິງ81 ຕື້​ຢວນ, ​ເພິ່ມຂຶ້ນ 18% ​ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້. ນັບແຕ່ວັນທີ 27 ຫາວັນທີ 30ມັງກອນນີ້, ຈີນ​ໄດ້​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າ 258 ລ້ານ​​ 1 ​ແສນເທື່ອ​ຄົນ, ​ເພິ່ມຂຶ້ນ 14,2% ​ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ປີ 2016, ລາຍ​ຮັບ​ຈາກການທ່ອງທ່ຽວ​ບັນລຸ 316 ຕື້​ຢວນ, ​ເພິ່ມຂຶ້ນ 16% ​ເມື່ອ​ທຽວ​ໃສ່ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ