ມາ​ເລ​ເຊຍ​ກ່າວ​ວ່າ​ຈະ​ເລັ່ງ​ເວລາ​ໃນ​ການກູ້​​ໄພ
2017-02-01 14:46:09  cri 
ວັນ​ທີ 31 ມັງກອນຜ່ານ​ມາ, ​ອົງການປະຕິບັດກົດໝາຍດ້ານທະເລຂອງມາເລເຊຍກ່າວວ່າ, ວຽກງານກູ້ໄພເຮືອທ່ອງທ່ຽວຫຼົ້ມຢູ່ເຂດທະເລໃກ້ເກາະເມັນກາລົມຂອງມາເລເຊຍນັ້ນຍັງດຳເນີນຕໍ່ໄປຢູ່, ຍັງບໍ່ທັນພົບຜູ້ຫາຍສາບສູນອື່ນໆ.

ອົງການດັ່ງກ່າວນີ້ກ່າວວ່າ, ມື້ດຽວກັນໄດ້ເປີດກວ້າງ​ເຂດກູ້ໄພອອກໄປຮອດ 3000 ​ໄມ​ທະ​ເລຕາ​ເມັດ, ອົງການ​ປະຕິບັດ​ກົດໝາຍ​ດ້ານ​ທະ​ເລ, ກອງທັບ​ເຮືອ ກອງທັບ​ອາກາດ ຕຳຫຼວດ​ຂອງ​ມາເລ​ເຊ​ຍ ພ້ອມ​ກັບ​ຝ່າຍ​ບຼູ​ໄນ​ໄດ້​ສົ່ງ​ກຳ​ປັ່ນ​​ແລະ​ຍົນປະມານ 20 ລຳ​ໄປ​ກູ້​ໄພ. ວຽກ​ງານ​ກູ້​ໄພ​ໄດ້​ເຂົ້າສູ່ຂັ້ນຕອນສຸດ​ທ້າຍ​, ຈະ​ເພີ່ມກຳລັງແຮງ​ໃນ​ການ​ກູ້​ໄພ.

ມື້ດຽວ​ກັນ ຜູ້​ຮັບຜິດຊອບ​ຝ່າຍ​ຕຳຫຼວດ​ລັດ​ຊາ​ບາ​ກ່າວ​ວ່າ, ຕາມ​ຜົນການ​ສຳ​ຫຼວດ​ຫຼ້າ​ສຸດ, ຍັງ​ມີ 6 ຄົນ​ຫາຍ​ສາບ​ສູນ, ​ເຊິ່ງລວມທັງ​ນັກ​ທ່ອງ​ທ່ຽວ​ຈີນ 5 ຄົນ​ແລະ​ລູກ​ເຮືອຄົນ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ