ສະຫະ​ປະຊາ​ຊາດ​ທວງ​ໃຫ້​ອາ​ເມ​ລິ​ກາ​ຍົກ​ເລີກ​ລັດຖະດຳລັດ​ຈຳກັດ​ຊາວ​ອົບ​ພະຍົບ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້
2017-02-01 15:23:12  cri 

ວັນ​ທີ 31 ມັງກອນ​ແລ້ວ​ນີ້, ​ໃນ​ງານ​ຖະ​ແຫຼ​ງຂ່າວ ທ່ານ​ສ​ເຕ​​ເຟີ​ນ ດູ​ຢາຣິກ, ​ໂຄສົກ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ສະຫະ​ປະຊາ​ຊາດ​ຫວັງ​ໃຫ້​ອາ​ເມ​ລິ​ກາສາມາດ​ຍົກ​ເລີກ​ລັດຖະດຳລັດ​ຈຳກັດ​ຊາວ​ອົບ​ພະຍົບ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ໃນ​ເວ​ລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າ​ວກ່ຽວ​ກັບ​ລັດຖະດຳລັດ​ຈຳກັດ​ຊາວ​ອົບ​ພະຍົບຂອງ​ອາ​ເມ​ລິ​ກາ, ທ່ານ​ດູ​ຢາຣິກກ່າວ​ວ່າ, ພວກ​ເຮົາຫວັງວ່າລັດຖະດຳລັດ​ຈຳກັດ​ຊາວ​ອົບ​ພະຍົບຈະ​ຖືກ​ຍົກ​ເລີກ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.|

​ໃນ​ງານ​ຖະ​ແຫຼງຂ່າວ ທ່ານ​ດູ​ຢາຣິກຍັງ​ໄດ້​ອ່ານ​ຖະ​ແຫຼ​ງການ​ຂອງ​ທ່ານ​ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັສ ​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ປະກາດ​ໃນ​ມື້​ດຽວ​ກັນ. ຖະ​ແຫຼ​ງການ​ກ່າວ​ວ່າ, ມີ​ປະ​ເທດທີ່​ນັບ​ມື້​ນັບ​ຫຼາຍຂຶ້ນ​ໄດ້​ປິດ​​ຊາຍ​ແດນຕໍ່ຊາວ​ອົບ​ພະຍົບຜູ້​ລີ້​ໄພສົງຄາມ, ການ​ປົກ​ປ້ອງພວກ​ເຂົາ​ເຈົ້າກໍ​ນັບ​ມື້​ນັບຖື​ກຈຳກັດ.

ທ່ານ​ກູ​ເຕ​ເຣັສກ່າວ​ວ່າ, ບັນດາ​ປະ​ເທດ​ມີ​ສິດ ກໍ​ມີພັນທະ​ຄຸ້ມ​ຄອງ​​ເຂດ​ຊາຍ​ແດນ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ລັດທິ​ກໍ່​ການ​ຮ້າຍ​ເຂົ້າ​ເມືອງ, ​ແຕ່ບໍ່​ຄວນຈຳ​ແນ​ກສາສະໜາ ຊົນ​ເຜົ່າ ຫຼື​ສັນຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ