ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະຖານະ​ການ​ພາກ​ຕາ​ເວັນ​ອອກ​ຂອງອູແກຣນທີ່ຊຸດຮ້າຍລົງ
2017-02-01 14:03:32  cri 
ວັນ​ທີ 31 ​ມັງກອນ​ຜ່ານ​ມາ,​ ອົງກາ​ນສະ​ຫະປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼ​ງການ, ​ເພື່ອສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະຖານະ​ການ​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນທີ່​ຊຸດ​ຮ້າຍ​ລົງ,​ ​ແລະຮຽກ ຮ້ອງ​​ໃຫ້ຟື້ນ​ຟູ​ກົນ​ໄກ​ຢຸດ​ຍິງ​ໃນ​ທັນ​ທີ.
ຖະ​ແຫຼ​ງການ​ລະບຸ​ວ່າ, ສະພາ​ຄວາມ​ໝັ້ນອົງການ​ສະ​ຫະປະຊາ​ຊາດ​ກ່າວ​ປະ​ນາມການ​ໃຊ້​ອາວຸດ​ທີ່​ເກືອດຫ້າມ​ຢູ່​ເຂດ​ໂດ​ເນັສກ໌, ​ເຊິ່ງ​ເຮັດ​ໃຫ້​ປະຊາຊົນສາມັນ​ເສຍ​ຊີວິດ​ແລະ​ບາດ​ເຈັບ.

ສະພາ​ຄວາມ​ໝັ້ນຄົງ​ກ່າວ​ວ່າ,​ ສະໜັບສະໜູນ​ສິດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ອູ​ແກຣນຢ່າງ​ສຸດ​ຂີດ,​ ​ແລະ​ກ່າວ​ເນັ້ນ​ວ່າ​ຕ້ອງ​ປະຕິບັດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງກ່ຽວ​ກັບ "​ມາດ​ຕະການ​ໂດຍ​ລວມ​ໃນ​ການ​ປະຕິບັດ​ຕາມ​ສັນຍາ​ມິ​ນສ໌​ເກີ" ຢ່າງ​ເຂັ້ມ​ງວດ.

ຂ່າວ​ແຈ້ງວ່າ, ​ເລີ່​ມ​ແຕ່​ວັນ​ທີ 29 ມັງກອນ​ຜ່ານ​ມາ,​ກອງທັບລັດຖະບານອູ​ແກຣນ​ແລະ​ກອງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດຖະບານ​ໄດ້​ເກີດການ​ປະ​ທະ​ກັນຢ່າງຮຸນ​ແຮງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ອູ​ແກຣນ​,​ ​​ສົ່ງ​ຜົນເຮັດ​ໃຫ້ 13 ຄົນ​ລວມທັງ​ປະຊາຊົນສາມັນເສຍ​ຊີວິດ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ