ຫວ່າງມໍ່ໆມານີ້, ກຸ່ມທີ່ປະກອບດ້ວຍຕະຫຼາດສິນຄ້າການທະນາຄານສັ່ງຈອງລ່ວງໜ້າຈີນ, ຕະຫຼາດຫຼັກຊັບຊຽງໄຮ, ຕະຫຼາດຫຼັກຊັບເຊີນເຈິ້ນ, ບໍລິສັດການລົງທຶນຈີນປາກີສະຖານຈຳກັດແລະ ທະນາຄານຮະບິບປາກີສະຖານໄດ້ລົງນາມສັນຍາຈັດຊື້ຫຸ້ນຂອງຕະຫຼາດຫຼັກຊັບປາກີສະຖານ, ໂດຍຖືຫຸ້ນ 40% ຂອງຕະຫຼາດຫຼັກຊັບດັ່ງກ່າວ, ໃນນັ້ນຕະຫຼາດຫຼັກຊັບຈີນ 3 ແຫ່ງຮ່ວມກັນຖືຫຸ້ນ 30%, ບໍລິສັດການລົງທຶນຈີນປາກີສະຖານຈຳກັດແລະທະນາຄານຮະບິບປາກີສະຖານຕ່າງຖືຫຸ້ນຜູ້ລະ 5%. ການທີ່ຈັດຊື້ຫຸ້ນຂອງຕະຫຼາດຫຼັກຊັບປາກີສະຖານ, ແມ່ນການຈັດຊື້ຂະໜາດໃຫຍ່ຄັ້ງທຳອິດຂອງສະຖານບັນການເງິນຈີນທີ່ປະຕິບັດຢູ່ຕ່າງປະເທດ, ເຊິ່ງຈະຍົກສູງການຮ່ວມມືລະຫວ່າງຈີນກັບປາກີສະຖານໃນຂົງເຂດເສດຖະກິດແລະການທະນາຄານໃນອະນາຄົດຕື່ມອີກ.
ເງິນທຶນເຊື່ອມໂຍງເຂົ້າກັນແມ່ນຂົງເຂດສຳຄັນຂອງການຮ່ວມມືໜຶ່ງແລວທາງໜຶ່ງເສັ້ນທາງ, ການເພີ່ມທະວີເງິນທຶນເຊື່ອມໂຍງເຂົ້າກັນມີຜົນດີຕໍ່ການຊຸກຍູ້ຄວາມໝັ້ນທ່ຽງແລະການພັດທະນາຂອງຕະຫຼາດການທະນາຄານຂອງປະເທດຢູ່ລຽບຕາມໜຶ່ງແລວທາງໜຶ່ງເສັ້ນທາງ. ບຸກຄົນວົງການດັ່ງກ່າວກ່າວວ່າ, ທະນາຄານລົງທຶນພື້ນຖານໂຄງລ່າງອາຊີແລະທຶນຈີນຈັດຊື້ຫຸ້ນຂອງຕະຫຼາດຫຼັກຊັບປາກີສະຖານນັ້ນ, ແມ່ນຮູບການລະດົມເງິນທຶນສາກົນແບບປະດິດສ້າງ, ເຊິ່ງຈະດຶງດູດທຶນເຂົ້າສູ່ການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນດທາງຫຼາຍກວ່າເກົ່າ.