ຈີນ​ຊື້​ຫຸ້ນ​ຈຳນວນ​ໜຶ່ງ​ຂອງ​ຕະຫຼາດ​ຫຼັກ​ຊັບ​ປາ​ກີ​ສະຖານ
2017-02-01 15:06:43  cri 
ຫວ່າງ​ມໍ່ໆ​ມາ​ນີ້, ກຸ່ມທີ່​ປະກອບ​ດ້ວຍຕະຫຼາ​ດ​ສິນຄ້າການທະນາຄານ​ສັ່ງ​ຈອງ​ລ່ວງ​ໜ້າ​ຈີນ,​ ຕະຫຼາດ​ຫຼັກ​ຊັບ​ຊຽງ​ໄຮ, ຕະຫຼາດ​ຫຼັກ​ຊັບ​ເຊີນ​ເຈິ້ນ,​ ບໍລິສັດ​​ການ​ລົງທຶນ​ຈີນ​ປາ​ກີ​ສະຖານຈຳກັດ​ແລະ ທະນາຄານ​ຮະ​ບິ​ບປາ​ກີ​ສະຖານ​ໄດ້​ລົງ​ນາມ​ສັນຍາ​ຈັດ​ຊື້​ຫຸ້ນ​ຂອງຕະ​ຫຼາດ​ຫຼັກ​ຊັບ​ປາ​ກີ​ສະຖານ,​ ​ໂດຍ​ຖື​ຫຸ້ນ​ 40% ຂອງ​ຕະຫຼາດ​ຫຼັກ​ຊັບ​ດັ່ງກ່າວ,​ ​ໃນ​ນັ້ນ​ຕະຫຼາດ​ຫຼັກ​ຊັບ​ຈີນ 3 ​ແຫ່ງ​ຮ່ວມ​ກັນ​ຖື​ຫຸ້ນ 30%,​ ບໍລິສັດ​ການ​ລົງທຶນ​ຈີນ​ປາ​ກີ​ສະຖານຈຳກັດ​ແລະ​ທະນາຄານ​ຮະ​ບິ​ບປາ​ກີ​ສະຖານ​ຕ່າງຖື​ຫຸ້ນຜູ້​ລະ 5%.​ ການ​ທີ່​ຈັດ​ຊື້​ຫຸ້ນ​​ຂອງ​ຕະຫຼາດ​ຫຼັກ​ຊັບ​ປາ​ກີ​ສະຖານ, ​ແມ່ນ​ການ​ຈັດ​ຊື້​ຂະໜາດ​ໃຫຍ່​ຄັ້ງທຳ​ອິດ​ຂອງສະຖານ​ບັນ​ການ​ເງິນ​ຈີນ​ທີ່​ປະຕິບັດ​ຢູ່​ຕ່າງປະ​ເທດ,​ ​ເຊິ່ງຈະ​ຍົກ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ປາ​ກີ​ສະຖານ​ໃນ​ຂົງ​ເຂດ​ເສດຖະກິດ​ແລະ​ການທະນາຄານ​ໃນ​ອະນາຄົດຕື່ມ​ອີກ.

​ເງິນ​ທຶນ​ເຊື່ອມ​​ໂຍງ​ເຂົ້າກັນ​ແມ່ນ​ຂົງ​ເຂດ​ສຳຄັນ​ຂອງ​ການ​ຮ່ວມ​ມື​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ,​​ ການເພີ່​ມທະວີ​ເງິນ​ທຶນ​ເຊື່​ອມ​ໂຍງ​ເຂົ້າກັນ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ພັດທະນາ​ຂອງ​ຕະຫຼາດ​ການທະນາຄານຂອງ​ປະ​ເທດ​ຢູ່​ລຽບ​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ.​ ບຸກຄົນ​ວົງ​ການ​ດັ່ງກ່າວ​ກ່າວ​ວ່າ,​ ທະນາຄານ​ລົງທຶນພື້ນຖານ​ໂຄງ​ລ່າງ​ອາຊີ​ແລະ​ທຶນ​ຈີນ​ຈັດ​ຊື້ຫຸ້ນ​ຂອງ​ຕະຫຼາດ​ຫຼັກ​ຊັບ​ປາ​ກີ​ສະຖານນັ້ນ,​ ​ແມ່ນ​ຮູບ​ການ​ລະດົມເງິນ​ທຶນ​ສາກົນ​​ແບບ​ປະດິດ​ສ້າງ, ​ເຊິ່ງຈະ​ດຶງ​ດູດ​ທຶນ​​ເຂົ້າ​ສູ່​ການ​ກໍ່ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນດທາງຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ