ວັນທີ 31 ມັງກອນຜ່ານມາ, ທ່ານໂດນັດ ທຸສ, ປະທານສະພາມົນຕີເອີລົບໄດ້ສົ່ງຈົດໝາຍໄປຍັງຜູ້ນຳປະເທດສະມາຊິກສະຫະພາບເອີລົບ, ເນື້ອໃນຂອງຈົດໝາຍດັ່ງກ່າວໄດ້ລະບຸວ່າຄວາມເວົ້າຂອງທ່ານໂດນັນ ທຣຳ, ປະທານາທິບໍດີອາເມລິກາເປັນການຂົ່ມຂູ່ຈາກພາຍນອກອັນໜຶ່ງທີ່ສະຫະພາບເອີລົບຜະເຊີນໜ້າ.
ໃນຈົດໝາຍດັ່ງກ່າວ, ທ່ານທຸສ ຂຽນວ່າ, ລັດຖະບານຊຸດໃໝ່ຂອງອາເມລິກາອາດສົງໄສຕໍ່ນະໂຍບາຍການຕ່າງປະເທດຂອງຕົນໃນ 70 ປີຜ່ານມາ, "ການປ່ຽນແປງຂອງວໍຊິງຕັນເຮັດໃຫ້ສະຫະພາບເອີລົບຕົກຢູ່ໃນສະພາບຫຍຸ້ງຍາກ". ທ່ານກ່າວວ່າ, "ພວກເຮົາຄວນໃຊ້ສຸພາສິດຂອງເຂົາເອງມາເຕືອນອາເມລິກາ: ຮ່ວມກັນເຣົາຢູ່, ແຍກໝູ່ເຮົາຕາຍ".