ປະທານ​​ສະພາ​ມົນຕີ​ເອີ​ລົບ​ເຫັນ​ວ່າ​ຄວາມ​ເວົ້າ​ຂອງ​ທ່ານ​ທຣຳ​ເປັນ​ການ​ຂົ່ມຂູ່​ຈາກພາຍ​ນອກ
2017-02-01 15:10:56  cri 

ວັນ​ທີ 31 ມັງກອນ​ຜ່ານ​ມາ,​ ທ່ານ​ໂດ​ນັດ ທຸ​ສ, ປະທານ​ສະພາ​ມົນຕີ​ເອີ​ລົບ​ໄດ້​ສົ່ງ​ຈົດໝາຍ​ໄປ​ຍັງ​ຜູ້ນຳ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ,​ ​​ເນື້ອ​ໃນ​ຂອງ​ຈົດໝາຍ​ດັ່ງ​ກ່າວ​ໄດ້ລະບຸ​ວ່າຄວາມເວົ້າ​ຂອງ​ທ່ານ​ໂດ​ນັນ ທຣຳ,​ ປະທານາທິບໍດີ​ອາ​ເມ​ລິ​ກາ​ເປັນ​ການ​ຂົ່ມຂູ່​ຈາກພາຍ​ນອກ​ອັນໜຶ່ງ​ທີ່​ສະຫະພາບ​ເອີ​ລົບ​ຜະ​ເຊີນ​ໜ້າ.

​ໃນ​ຈົດໝາຍ​ດັ່ງກ່າວ,​ ທ່ານ​ທຸສ ຂຽນ​ວ່າ,​ ລັດຖະບານ​ຊຸດ​ໃໝ່​ຂອງ​ອາ​ເມ​ລິ​ກາອາດສົງ​ໄສ​ຕໍ່​ນະ​ໂຍບາຍ​ການ​ຕ່າ​ງປະ​ເທດ​ຂອງ​ຕົນ​ໃນ 70 ປີຜ່ານມາ, "ການ​ປ່ຽນ​ແປງ​ຂອງ​ວໍ​ຊິງ​ຕັນ​ເຮັດ​ໃຫ້​ສະຫະພາບ​ເອີ​ລົບ​ຕົກ​ຢູ່​​ໃນສະພາບ​ຫຍຸ້ງຍາກ".  ທ່ານ​ກ່າວ​ວ່າ,​ "ພວກ​ເຮົາ​ຄວນ​​ໃຊ້​ສຸພາ​ສິດຂອງ​ເຂົາ​ເອງ​ມາ​ເຕືອນ​ອາ​ເມ​ລິ​ກາ​: ຮ່ວມ​ກັນ​ເຣົາຢູ່,​ ​ແຍກ​ໝູ່​ເຮົາ​ຕາຍ".

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ