ປະທານາທິບໍດີ​ກາ​ຊັກ​ສະຖານ​ກ່າວ​​ເນັ້ນ​ເຖິງ​ຄວາມ​ສຳຄັນ​ທີ່​ຈັດ​ຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ດ້ານຄວາມ​ສາມາດ​ການຜະລິດກັບຈີນ
2017-02-01 15:48:54  cri 

ວັນ​ທີ 31 ມັງກອນ​ແລ້ວ​ນີ້, ທ່ານ​ເນີ​ຊີວຕານ ນາ​ຊາ​ບາ​ເຢັຟ ປະທານາທິບໍດີກາ​ຊັກ​ສະຖານ​ໂດຍ​ຜ່ານ​ເວັບ​ໄຊ​ທຳນຽບປະທານາທິບໍດີ​ເຜີຍ​ແຜ່ບົດ​ລາຍ​ງານ​ສະພາບ​ການ​ຂອງ​ລັດ, ນຳສະ​ເໜີໜ້າ​ທີ່ບູລິ​ມະ​ສິດ 5 ຂໍ້​ເພື່ອ​ຊຸກ​ຍູ້​ປະ​ເທດ​ຊາດ​ຫັນ​ເປັນທັນ​ສະ​ໄໝ, ​ແລະ​ກ່າວ​​ເນັ້ນ​ເຖິງຄວາມ​ສຳຄັນ​ທີ່​ຈັດ​ຕັ້ງ​ປະຕິບັດ​ການ​ຮ່ວມ​ມື​ດ້ານຄວາມ​ສາມາດ​ການຜະລິດ​ລະຫວ່າງ​ກາ​ຊັກ​ສະຖານກັບຈີນ.

ທ່ານ​ນາ​ຊາ​ບາ​ເຢັຟກ່າວ​ວ່າ, ກາ​ຊັກ​ສະຖານ​ຕ້ອງ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດການ​ຜະລິດ​ກັບ​ຈີນຢ່າງ​ບັ​ງ​ເກີດ​ຜົນ. ກາ​ຊັກ​ສະຖານ ກັບ​ ຈີນ​​ໄດ້ເຊັນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດການ​ຜະລິດ ​ແລະ ຕົກລົງ​ໂຄງການ​ຮ່ວມ​ມື, ປັດຈຸບັນ, ຕ້ອງ​ຄ່ອຍໆ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ເຫຼົ່າ​ນີ້, ​ໂຄງການ​ຮ່ວມ​ມື​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້ຊາວ​ກາ​ຊັກ​ສະຖານ​ມີ​ຈຳນວນ​ເພິ່ມຂຶ້ນ​ຢ່າງ​ຫຼວງຫຼາຍ​​ໃນ​ການປະກອບ​ອາຊີບ.

ທ່ານ​ນາ​ຊາ​ບາ​ເຢັຟຍັງ​ຊີ້​​ໃຫ້​ເຫັນຄວາມ​ສຳຄັນ​ໃນ​ການບັນລຸ​ຜົນ​ປະ​ໂຫຍ​ດ​ດ້ານ​ເສດຖະກິດ​ແຫ່ງ​ລັດ​ໂດຍ​ຜ່ານການ​ດຳ​ເນີນ​ການ​ຮ່ວມ​ມື​ສາກົນ. ທ່ານ​ເຫັນ​ວ່າ, ກາ​ຊັກ​ສະຖານ​ຕ້ອງການ​ເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລິ່ມ​ແລວ​ເສດ​ຖະກິດ​ເສັ້ນທາງ​ສາຍ​ໄໝ​​ແລະ​ການ​ຮ່ວມ​ມື​ສາກົນ​ໃນ​ຂອບສະຫະພັນ​ເສດຖະກິດ​​ເອີ​ລົບ-​ອາຊີ ​ແລະ ​ອົງການ​ຮ່ວມ​ມື​ຊຽງ​ໄຮ ​ເພື່ອ​ບັນລຸ​ຜົນ​ປະ​ໂຫຍ​ດດ້ານ​ເສ​ດຖະກິດ​ແຫ່ງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ