ສ.​ເກົາຫຼີຮຽກຮ້ອງ​ໃຫ້​ຍີ່​ປຸ່ນຢຸດ​ເຊົາ​ອ້າງ​ກຳມະສິດຕໍ່​ອະທິປະ​ໄຕ​ "​ເກາະດົກ​ໂດ"
2017-02-01 15:51:42  cri 

ວັນ​ທີ 31 ມັງກອນ​​ແລ້ວ​ນີ້, ລັດຖະບານ​ສ.​ເກົາຫຼີ​ກ່າ​ວວ່າ, ສ.​ເກົາຫຼີ​ຈະ​ບໍ່ອົດ​ກັ້ນລັດຖະບານ​ຍີ່ປຸ່ນ​ທີ່​ນຳ​ເອົາເນື້ອ​ໃນ​ກ່ຽວ​ກັບ​ານອ້າງ​ກຳມະສິດ​ຕໍ່​ອະທິປະ​​ໄຕ "​ເກາະ​ດົກ​ໂດ" (ຍີ່​ປຸ່ນ​ເອີ້ນ​ວ່າ "​ເກາະທາ​ເຄ​ຊີ​ມາ") ​ຈັດ​ເຂົ້າ​ໃນ​ຄູ່​ມື​ການ​ຮຽບຮຽງ​ປື້​ມແບບຮຽນ ​ແລະ ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນຢຸດ​ເຊົາ​​​ແຜນການ​ທີ່ອ້າງ​ກຳມະສິດຕໍ່​ອະທິປະ​ໄຕ​ "​ເກາະດົກ​ໂດ" ທີ່​ບໍ່​ຍຸດຕິ​ທຳ​ດັ່ງກ່າວ​ໃນ​ທັນທີ.

ຫວ່າງ​ມໍ່ໆ​ນີ້, "ໜັງສືພິມ​ໂຢມີ​ອູ​ລີ​ຊິ​ມບູນ" ​ແຫ່ງ​ຍີ່​ປຸ່ນ​ເຜີຍ​ໃຫ້​ຮູ້​ວ່າ, ກະຊວງການ​ສຶກສາວັດທະນະທຳ​ກິລາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີຍີ່​ປຸ່ນ ຫຼື MEXT ມີ​ແຜນ​ກ່າວ​ເນັ້ນຢ່າງ​ຈະ​ແຈ້ງວ່າ "​ເກາະທາ​ເຄ​ຊີ​ມາ" ​ແມ່ນ​ຜືນ​ແຜ່ນດິນ​ຍີ່​ປຸ່ນ​ໃນ​ຄູ່​ມື​ການ​ຮຽບຮຽງ​ປື້​ມ​ແບບຮຽນ​ຊັ້ນປະຖົມສະບັບ​ໃໝ່.

ໃນ​ການ​ຖະ​ແຫຼ​ງ​ຂ່າວ, ທ່ານ​ໂຈ​ຈູ​ນຮຸກ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສ.​ເກົາຫຼີ​ກ່າວ​ວ່າ​, ລັດຖະບານ​ສ.​ເກົາຫຼີຈະ​ຕິດຕາມການ​ກະທຳ​ຂອງ​ຍີ່​ປຸ່ນຢ່າງ​ໃກ້ຊິດ, ຖ້າວ່າ​ການ​ລາຍ​ງານຂ່າວ​ຂອງ​ຍີ່ປຸ່ນ​ແມ່ນ​ຄວາມ​ຈິງ, ຫຼັກ​ໝັ້ນ​ຂອງ​ສ.​ເກົາຫຼີ​ແມ່ນ"ຈະ​ບໍ່​ອົດ​ກັ້ນ" ຍີ່ປຸ່ນທີ່"ອ້າງ​ກຳມະສິດ​ຕໍ່​ອະທິປະ​ໄຕຜືນ​ແຜ່ນດິນສ.​ເກົາ​ຫຼີ​ໂດຍ​ບໍ່​ຍຸດຕິ​ທຳ". ທ່ານ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ຢຸດ​ເຊົາ​ແຜນການ​ທີ່​ກ່ຽວຂ້ອງ​ໃນ​ທັນທີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ