ຈີນ​ກາຍ​ເປັນ​​ໃຈກາງ​ຕ່ອງ​ໂສ້​ການສະໜອງ​ສິນຄ້າຂອງ​ໂລກ
2017-02-02 14:31:45  cri 
ກຸ່ມ​ບໍລິສັດMARKIT ​ເຊິ່ງ​ເປັນ​ສະ​ຖາ​ບັນ​ຄົ້ນຄວ້າ​ຕະຫຼາດ​ຂອງ​ອັງກິດ​ໄດ້​ເປີ​ດ​ເຜີຍ​ບົດ​ລາຍ​ງານ​ສຳຫຼວດການຈັດ​ຊື້​ສິນຄ້າ​ທົ່ວ​ໂລກ​​ເມື່ອ​ມໍ່ໆ​ນີ້​ໂດຍ​ຊີ້​ໃຫ້​ເຫັນ​ວ່າ ຈີນ​ສືບ​ຕໍ່​ເປັນ​ແຫຼ່ງການຈັດ​ຊື້ ຂະນະ​ທີ່​ໄດ້​ກາຍ​ເປັນ​ໃຈກາງ​ຕ່ອງ​ໂສ້​ການ​ສະໜອງສິນຄ້າ​ຂອງ​ໂລກ.

ຜົນ​ການ​ສຳ​ຫຼວດສະບັບ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ສືບ​ຕໍ່​ມີ​ບົດບາດ​ເຂັ້ມ​ແຂງ​ໃນຕ່ອງ​ໂສ້​ການ​ສະໜອງ​ສິນຄ້າ​ທົ່ວໂລກ,ຫຼັກ​ຖານ​ນັບມື້​ນັບ​ໜ້ອຍ​ທີ່​ສາມາດ​ສະໜັບສະໜູນ​ທັດສະນະ​ທີ່​ວ່າ​ຈີນ​ເປັນ​ແຫຼ່ງການຈັດ​ຊື້​ສິນຄ້າ​ດ້ວຍ​ຕົ້ນທຶນ​ຕ່ຳ. ນັກ​ເສດຖະສາດ​ຂອງ​ກຸ່ມບໍລິສັດ MARKIT ຊີ້​ວ່າ: ອັດຕາ​ສ່ວນ​ຂອງຜູ້​ໃຫ້​ສຳພາດ​ທີ່​ເຫັນ​ວ່າ​ຈີນ​ເປັນ​ແຫຼ່ງການຈັດ​ຊື້​ສິນຄ້າ​ດ້ວຍ​ຕົ້ນ​ທຶນ​ຕ່ຳ​ນັ້ນ​ໄດ້ຕ່ຳ​ກວ່າ 50% ​ເປັນ​ເທື່ອ​ທຳ​ອິດ​​ເມື່ອ​ປີ 2016 ຜ່ານ​ມາ ​ເຊິ່ງ​ໄດ້​ຫຼຸດ​ລົງ​ຢ່າງ​ພົ້ນ​ເດັ່ນ​ເມື່ອທຽ​ບ​ໃສ່ 70% ​ເມື່ອ​ປີ 2012.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ