ຜູ້​ລາຍ​ງານ​ບັນຫາ​ສິດທິ​ມະນຸດ​ສປຊອອກ​ຖະ​ແຫຼ​ງການ​ຕຳ​ໜິທ່ານ​ທຣຳອອກ​ຄຳ​ສັ່ງ​ຫ້າມ​ຊາວ​ອົບ​ພະຍົບເຂົ້າປະເທດຕົນ
2017-02-02 15:05:01  cri 
ຜູ້​ລາຍ​ງານ​ພິ​ເສດ​ບັນຫາ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ດ້ານ​ຊາວ​ອົບ​ພະຍົບ,ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ,ການຕ້ານ​ການ​ທໍລະມານ ​ແລະ​ເສລີພາບ​ທາງສາສະໜາລວມ 4 ທ່ານ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ໃນ​ວັນ​ທີ 1 ກຸມພາ​ນີ້​ໂດຍ​ຕຳ​ໜິອາ​ເມ​ລິ​ກາ​ທີ່​ປະກາດຄຳ​ສັ່ງ​ຫ້າມ​ເຂົ້າ​ປະ​ເທດ​ສະບັບ​ຫຼ້າ​ສຸດ ​ທັງ​ເຫັນ​ວ່າ ຄຳ​ສັ່ງ​ດັ່ງກ່າວ​ສົງ​ໄສ​ວ່າ​ເປັນ​ການຈຳ​ແນ​ກ​ດູ​ໝິ່ນເຊື້ອ​ຊາດຜິວໜັງ, ສັນຊາດ​ແລະ​ສາສະໜາ ​ເຊິ່ງຝ່າຝືນ​ກັບ​ພັນທະ​ສາກົນ​ທີ່​ອາ​ເມ​ລິ​ກາ​ຄວນ​ປະຕິບັດ.

ຖະ​ແຫຼງການ​ລະບຸ​ວ່າ: ມັນຊັດ​ເຈນແລ້ວ​ວ່າ, ຜົນ​ຈາກ​ການ​ປະກາດ​ຄຳ​ສັ່ງ​ຫ້າມ​ເຂົ້າປະ​ເທດ​ອາ​ເມ​ລິ​ກາ​ຄື​ເຮັດ​ໃຫ້​ປະ​ເທດ​ອິສລາມ​ມີ​ຊື່​ສຽງ​ໃນ​ທາງ​ລົບ​ຫຼາຍ​ຂຶ້ນ ​ເຊິ່ງ​ເປັນ​ການລະ​ເມີດ​ມະນຸດສະທຳ​ສາກົນ​ແລະ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ມະນຸດ​ໂດຍ​ກົງ.

ຖະ​ແຫຼ​ງການລະບຸວ່າ: ອາ​ເມ​ລິ​ກາ​​ເຂົ້າ​ກ່ຽວ​​ໂດຍ​ກົງ​ກັບ​ການ​ປະ​ທະ​ກັນ​ຢູ່​ອີຣັກ​ແລະ​ຊີຣີ, ​ໃນ​ກໍລະນີ​ນີ້, ອາ​ເມ​ລິ​ກາ​ຍິ່ງ​ຄວນ​ຮັບຜິດຊອບ​ຕໍ່​ຜູ້​ອົບ​ພະຍົບທີ່​ກຳ​ເນີ​ດມາ​ຈາກ​ການ​ປະ​ທະ​ກັນ​ເຫຼົ່າ​ນີ້, ​ໃຫ້ການ​ປົກ​ປ້ອງ​ແລະ​ຄວາມ​ຊ່ວຍ​ເຫຼືອ​ແກ່​ຜູ້​ຄົນ​ທີ່​ລີ​ໄພຈາກ​ການ​ປະ​ທະ​ກັນ​ແລະ​ຕົກ​ຢູ່​ໃນສະພາບ​ອັດຕະຄັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ