FED ຮັກສາ​ອັດຕາ​ດອກ​ເບັ້ຍ​ບໍ່​ປ່ຽນ​ແປງ
2017-02-02 15:15:20  cri 
ວັນ​ທີ 1 ກຸມພາ​ນີ້,​ ສຳນັກງານ​ຄັງ​ສຳຮອງ​ເຊິ່ງ​ເປັນທະນາຄານ​ກາງ​ຂອງອາ​ເມ​ລິ​ກາ​ຫຼື FED ປະກາດ​ວ່າ​ຮັກສາ​ອັດຕາ​ດອກ​ເບັ້ຍ​ຢູ່​ລະຫວ່າງ 0.5-0.75% ບໍ່​ປ່ຽນ​ແປງ, ສອດຄ່ອງ​ກັບ​ການ​ຄາດໝາຍ​ທົ່ວ​ໄປ​ຂອງ​ຕະຫຼາດ.

ພາຍຫຼັງ​ກອງ​ປະຊຸມ​ປະຈຳ​ນະ​​ໂຍບາຍ​ເງິນຕາ​ປະຈຳ​ປີ​ຄັ້ງ​ທຳ​ອິດ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 1 ກຸມພາ​ນີ້, FED ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ,​ ນັບ​ແຕ່​ທ້າຍ​ເດືອນ​ທັນວາ​ປີຜ່າ​ນມາ​ມາ​ນີ້, ຕະຫຼາດ​ແຮງ​ງານ​ໄດ້​ປັບປຸງ​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ,​ ​​ເສດຖະກິດ​ໄດ້ສືບ​ຕໍ່​ຄ່ອຍໆ​ເຕີບ​ໂຕ, ຄວາມ​ໝັ້ນ​ໃຈ​ຂອງ​ຜູ້​ບໍລິ​ໂພ​ກ​ແລະ​ວິ​ສາ​ຫະກິດ​ໄດ້​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ອັດຕາ​ເງິນ​​ເຟີ້​ກໍ​ສູງ​ຂຶ້ນ​​ເລັກ​ໜ້ອຍ, ​ແຕ່​ຍັງ​ຕ່ຳ​ກວ່າ​​ເປົ້າ​ໝາຍ 2% ຂອງ FED, ການ​ລົງທຶນດ້ານຊັບ​ສິນ​ຄົງ​ທີ່​ຂອງ​ວິ​ສາ​ຫະກິດ​ຍັງ​ອ່ອນ​ແອ​ສົມຄວນ.

​ໃນ​ຖະ​ແຫຼ​ງການ​ດັ່ງກ່າວ,  FED ບໍ່​ໄດ້​ແຈ້ງ​​ເວລາ​ທີ່​ຈະເພີ່ມ​ອັດຕາ​ດອກ​ເບັ້ຍ​ຄັ້ງ​ຕໍ່​ໄປ. FED ​ໄດ້​ເພີ່ມ​ອັດຕາ​ດອກ​ເບັ້ຍ 0,25% ​ໃນ​ກອງ​ປະຊຸມ​ນະ​ໂຍບາຍ​ເງິນຕາ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ທັນວາ​ປີຜ່ານມາ,​ ​ແລະ​ຄາດ​ວ່າ​ປີ​ນີ້​ຈະ​ເພີ່ມ​ອັດຕາ​ດອກ​ເບັ້ຍ 3 ​ເທື່ອ.​ ​ແຕ່​ວ່າ,​ ​ເຈົ້າ​ໜ້າ​ທີ່​ຂອງ FED ສ່ວນ​ຫຼາຍ​ເຫັນ​ວ່າ​ນະ​ໂຍບາຍ​ການ​ເງິນ​​ແລະ​ນະ​ໂຍບາຍ​ເສດຖະກິດ​ອື່ນໆ​ຂອງທ່ານ​ໂດ​ນັນ ທຣຳ ປະທານ​າທິບໍດີ​ອາ​ເມ​ລິ​ກາ​ບໍ່​ແນ່ນອນຈະ​ກະທົບ​ເຖິງ​ຈັງຫວະ​ເພີ່ມ​ອັດຕາ​ດອກ​ເບັ້ຍ​ຂອງ FED.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ