ຄະນະ​ກຳມະການ​ໂອລິ​ມປິກ​ ສ ​ເກົາຫຼີ​ຮຽກຮ້ອງ​ໃຫ້ຄະນະ​ກຳມະການ​ຈັດງານກິລາ​ລະດູ​ໜາວ​ອາຊີ​ປ່ຽນ​ໂຮງ​ແຮມ​​ໃຫ້​ແກ່​ຄະນະນັກ​ກິລາ​ ສ ​ເກົາຫຼີ
2017-02-02 15:16:15  cri 
ວັນ​ທີ 1 ກຸມພາ​ນີ້, ຄະນະ​ກຳມະການ​ໂອລິ​ມປິກ ສ ​ເກົາຫຼີ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ຕົນ​ໄດ້​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ປ່ຽນ​ແປງ​ໂຮງ​ແຮມ APA ທີ່​ກຽມ​ເຂົ້າ​ພັກ​ໃນ​ເມື່ອກ່ອນ​ໃຫ້​ແກ່​ຄະນະນັກ​ກິລາ ສ ​ເກົາຫຼີ​ຈຳນວນ​ໜຶ່ງ​ທີ່​​ໄປ​ເຂົ້າ​ຮ່ວມກິລາ​ລະດູ​ໜາວ​ອາຊີ​ເມືອງ​ຊັບ​ປະໂຣ.

​​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ໂອ​ລິ​ມປິກ ສ ​ເກົາ​ຫຼີກ່າວ​ວ່າ,​ ສ ​ເກົາຫຼີ​ໄດ້ສົ່ງ​ສານ​ເຖິງຄະນະ​ກຳມະການ​ຈັດງານ​ກິລາ​ລະດູ​ໜາວ​ອາຊີ​ເມືອງ​ຊັບ​ປະໂຣຍີ່ປຸ່ນ,​ ສະ​ເໜີ​ຄວາມ​ຮ້ອງ​ຂໍ​​ປ່ຽນ​ໂຮງ​ແຮມ, ​ແຕ່​ປັດຈຸບັນ​ຍັງ​ບໍ່​ໄດ້​ຄຳ​ຕອບ​ຈາກ​ຝ່າຍ​ຍີ່ປຸ່ນ.

ງານກິລາ​ລະດູ​ໜາວ​ອາຊີຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊັບ​ປະໂຣ​ແລະ​ເມືອງ​ໂອ​ບິ​ຮິ​ໂຣ​ແຂວງ​ໂຮ​ໄຄ​ໂດຂອງ​ຍີ່ປຸ່ນ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 26 ກຸມພາ​ນີ້, ​ໂຮງ​ແຮມ APA ​ແມ່ນ​​ໜຶ່ງ​ໃນ​​ໂຮງ​ແຮມ​ສອງ​ແຫ່ງ​ທີ່​ຄະນະ​ກຳມະການ​ຈັດ​ງານກິລາ​ລະດູ​ໜາວ​ອາຊີ​ຕົກລົງໃຫ້ເປັນທີ່ພັກຂອງ​ນັກ​ກິລາ​.​ ຍ້ອນ​ວ່າ​ໂຮງ​ແຮມ​ດັ່ງກ່າວໄດ້​ມີການຈັດວາງປຶ້ມ​ຝ່າຍ​ຂວາ​ທີ່​ບິດ​ເບືອນ​ປະຫວັດສາດ​ເຊິ່​ງພາ​ໃຫ້ວົງ​ການ​ກິລາ​ແລະ​ປະຊາຊົນຈີນ​ແລະ​ ສ ​ເກົາຫຼີ​ເກີດ​ຄວາມ​ໂກດ​ແຄ້ນ​ຢ່າງ​ຮຸນ​​ແຮງ.

ຄະນະ​ກຳມະການ​ໂອ​ລິ​ມປິກ ສ ​ເກົາຫຼີ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ຈັດ​ງານກິລາ​ລະດູ​ໜາວ​ອາຊີ​ຊັບ​ປະ​ໂຣ​ໃຊ້​ມາດ​ຕະການ​ທີ່​ກ່ຽວຂ້ອງ​ຕໍ່​ເຫດການ​ດັ່ງກ່າວ,​ ຫຼັງ​ຈາກ​ນັ້ນ​ຍີ່ປຸ່ນ​​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຍົກ​ເລີກການຈັດວາງປຶ້ມ​ຝ່າຍ​ຂວາ​ທີ່​ບິດ​ເບືອນ​ປະຫວັດສາດ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ