ພັກ​ກອມ​ມູ​ນິດ​ຟິລິບ​ປິນປະກາດຍົກ​ເລີກ​ການ​ຢຸດຍິງ​ແຕ່​ຝ່າຍ​ດຽວ
2017-02-02 15:18:52  cri 

ວັນ​ທີ 1 ກຸມພາ​ນີ້, ພັກ​ກອມ​ມູນິດ​ຟິລິບ​ປິນ ​ເຊິ່ງ​ເປັນ​ກອງກຳລັງ​ຕ້າ​ນລັດຖະບານ​ຟິລິນ​ປິນທີ່ໃຫຍ່​ທີ່​ສຸດ​ໄດ້​ອອກ​ຖະ​ແຫຼ​ງຂ່າວ​ໂດຍ​ກ່າວ​ວ່າ, ຍ້ອນ​ວ່າ​ທ່ານ​ໂຣດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟິລິບປິນບໍ່​ໄດ້​ຕອບ​ສະໜອງ​ຕາມ​ຄຳ​ຮຽກຮ້ອງ​ໃຫ້​ປ່ອຍຕົວ​ 200 ຄົນ​ທີ່​ຖືກ​ກັກ​ຂັງ, ພັກ​ກອມ​ມູນິດ​ຟິລິບ​ປິນຈະ​ຍົກ​ເລີກ​ການ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ.

ໃນ​ຊຸມ​ປີ 1960, ພັກ​ກອມ​ມູນິດ​ຟິລິບ​ປິນ​ໄດ້​ຈັດ​ຕັ້ງ "ກອງທັບປະຊາຊົນ​ໃໝ່" ​ເຊິ່ງ​ເປັນ​ກອງ​ກຳລັງ​ປະກອບ​ອາວຸດ, ​ເພື່ອ​​ໂຄ່ນ​ລົ້ມລັດຖະບານ​, ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ດຳ​ເນີນມາ​ເປັນ​ເວລາ 50 ກວ່າ​ປີ, ນັບ​ມາ​ຮອດ​ປັດຈຸບັນ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 3 ໝື່ນ​ຄົນ​ເສຍ​ຊີວິດ.

ຫຼັງ​ຈາກ​ທ່ານ​ດູ​ເຕີ​ເຕຂຶ້ນດຳ​ລົງ​ຕຳ​ແໜ່​ງ​ເປັນປະທານາທິບໍດີ​ຟິລິບ​ປິນ​, ​ກໍ່​ທຳ​ຄວາມ​ພະຍາຍາມ​ຈັດການ​ເຈລະຈາ​ສັນຕິພາບ​ກັບ​ພັກ​ກອມ​ມູນິດ​ຟິລິບ​ປິນ.ພາຍ​ໃຕ້ການ​ໄກ່​ເກ່ຍຂອງ​ລັດຖະບານ​ນອກ​ແວ, ສອງ​ຝ່າຍ​ໄດ້​ຈັດການ​ເຈລະ​ຈາ​ສັນຕິພາບສອງ​ເທື່ອ​ໃນ​​ເດືອນ​ສິງຫາ ​ແລະ ​ເດືອນ​ຕຸລາ​ປີ 2016. ກ່ອນ​ຈັດ​ເຈລະຈາ, ລັດຖະບານ ​ແລະ ພັກ​ກອມ​ມູນິດ​ຟິລິບ​ປິນຕ່າງກໍ​ໄດ້​ປະກາດ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ.​ເດືອນ​ມັງກອນ​ປີ​ນີ້, ສອງ​ຝ່າຍ​ກໍ່​ໄດ້​ຈັດການ​ເຈລະຈາ​ສັນຕິາພາບ​ຢູ່​ນະຄອນຫຼວງ​ໂຣມ​ແຫ່ງ​ອີ​ຕາຣີ, ​ແຕ່​ບໍ່​ໄດ້ບັນລຸ​ຂໍ້ຕົກລົງ​ສັນຍາ​ຢຸດ​ຍິງ​ສອງ​ຝ່າຍທີ່​ຄາດໝາຍ​​ໄວ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ