ອາ​ເມ​ລິ​ກາ​ກ່າວ​ວ່າ,ອີຣານທົດ​ລອງ​ຍິງ​ລູກ​ສອນ​ໄຟນຳ​ວິຖີ​ໄດ້ທຳລາຍ​ສະ​ເຖຍລະ​ພາບ​ຂອງ​​ເຂດ​ຕາ​ເວັນ​ອອກກາງ
2017-02-02 15:25:50  cri 

ວັນ​ທີ 1 ກຸມພາ​ນີ້, ທ່ານ​ມີ​​ແຊວ ຟຼິນ ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ​ຂອງ​ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ການ​ກະທຳ​ຕ່າງໆ ​ເຊັ່ນ, ທົດ​ລອງ​ຍິງລູກ​ສອນ​ໄຟ​ນຳ​ວິຖີ​ຂອງ​ອີຣານ​ໄດ້​ທຳລາຍ​ສະ​ເຖຍລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ. ທ່ານ​ຟຼິນກ່າວ​ວ່າ, ທ່ານ​ປະ​ນາ​ທິບໍດີ​​ໂດ​ນັນ ທຣຳຄັດ​ຄ້ານ​ສັນຍາ​ຫຼາຍ​ສະບັບ​ລະຫວ່າງ​ລັດຖະບານ​ບາຣັກ ​ໂອ​ບາ​ມາ​ຂອງອາ​ເມ​ລິ​ກາ​ກັບ​ອີ​ຣານຢ່າງ​ຮຸນ​ແຮງ ​ແລະ ກ່າວ​ວ່າ,ສັນຍາ​ເຫຼົ່າ​ນີ້ "​ໂຍະຍານ​ ​ແລະ ບໍ່​ມີ​ປະສິດທິ​ຜົນ".

ວັນ​ທີ 1 ກຸມພາ​ນີ້, ທ່ານ​ຮູ​ເຊັນ ​ເດີ​ການ ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດອີຣານຢືນຢັນ​ວ່າ, ທະຫານ​ອີຣານ​ໄດ້ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໃນ​ຫວ່າງ​ມໍ່ໆ​ນີ້. ທ່ານ​ກ່າວ​ວ່າ, ການ​ທົດ​ລອງ​ຍິງ​ລູກສອນ​ໄຟ​ເທື່ອ​ນີ້​ແມ່ນດຳ​ເນີນ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ອີຣານ, ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງມາດ​ຕະການປ້ອງ​ກັນທາງ​ທະຫານ​ຂອງ​ອີຣານ. ກາ​ນທົດ​ລອງ​ຍິງລູກ​ສອນ​ໄຟ​ນຳ​ວິຖີ​ບໍ່​ໄດ້​ລະ​ເມີດ​​ເນື້ອ​ໃນສັນຍາ​ນິວ​ເຄຼຍອີຣານ, ​ແຜນການ ​ແລະ ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ຂອງ​ອີຣານຈະ​ບໍ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ປະ​ເທດ​ໃດໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ