ວັນທີ 2 ກຸມພານີ້,ທ່ານອານົວ ໄຊນາຄົຟ ໂຄສົກກະຊວງການຕ່າງປະເທດກາຊັກສະຖານກ່າວວ່າ: ປະເທດຕົນໄດ້ຮັບການຮ້ອງຂໍໃຫ້ຈັດການເຈລະຈາດ້ານເຕັກນິກກ່ຽວກັບບັນຫາຊີຣີລະຫວ່າງຣັດເຊຍ,ຕວກກີ,ອີຣານແລະຜູ້ຕາງໜ້າອົງການສະຫະປະຊາຊາດຢູ່ນະຄອນຫຼວງອັສຕານາໃນວັນທີ 6 ກຸມພານີ້.
ຂ່າວແຈ້ງອີກວ່າ: ໃນມື້ດຽວກັນ,ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ, ຊ່ຽວຊານຂອງຣັດເຊຍ,ຕວກກີ,ອີຣານແລະອົງການສະຫະປະຊາຊາດຈະເຂົ້າຮ່ວມການເຈລະຈາດ້ານເຕັກນິກຢູ່ອັສຕານາ ໂດຍຕົ້ນຕໍຈະປຶກສາຫາລືກ່ຽວກັບສະພາບການປະຕິບັດສັນຍາຢຸດຍິງລະຫວ່າງລັດຖະບານຊີຣີກັບຝ່າຍຕໍ່ຕ້ານລັດຖະບານ ພ້ອມທັງບັນຫາເລັ່ງດ່ວນອື່ນໆລວມທັງການຊ່ວຍເຫຼືອດ້ານມະນຸດສະທຳຕື່ມອີກ.
ພ້ອມກັນນັ້ນ,ກະຊວງປ້ອງກັນປະເທດຣັດເຊຍຍັງກ່າວວ່າ, ໃນຕໍ່ໜ້ານີ້,ການເຈລະຈາດ້ານເຕັກນິກກ່ຽວກັບບັນຫາຊີຣີຈະຈັດຂຶ້ນຢູ່ອັສຕານາຕາມກຳນົດ ໂດຍຜູ້ຕາງໜ້າລັດຖະບານຊີຣີແລະຝ່າຍຕໍ່ຕ້ານລັດຖະບານຈະເຂົ້າຮ່ວມການເຈລະຈາຕາມຄຳເຊີນ.