ສືບ​ຕໍ່​ກອບ​ກູ້ເຮືອຫຼົ້ມຢູ່​ມາເລ​ເຊຍຂະນະ​ທີ່ນັກ​ທ່ອງ​ທ່ຽວ​ຈີນ5ຄົນ​ຍັງ​ຫາຍ​ສາບ​ສູນ
2017-02-03 11:26:52  cri 
ມາ​ຮອດ​ປັດຈຸບັນ,​ນັກ​ທ່ອງ​ທ່ຽວຈີນ5ຄົນ​ທີ່​ຫາຍ​ສາບ​ສູນ​ໃນ​ເຫດການ​ເຮືອ​ຫຼົ້ມ​ຢູ່​ມາ​ເລ​ເຊຍ​ຍັງ​ບໍ່​ທັນ​ຄົ້ນພົບ​ເທື່ອ.​​ ຂະນະ​ທີ່ວັນ​ທີ2ກຸມພາ​ນີ້,​​ເຈົ້າ​ໜ້າ​ທີ່​ກູ້​ໄພ​ຂອງ​ມາ​ເລ​ເຊຍ​ແລະບຣູ​ໄນສືບ​ຕໍ່​ຊອກ​ຫາ​ຢູ່​ເຂດ​ທະ​ເລ​ໃກ້​ຊາ​ບາ,ຊາຣາວັກ​ຂອງ​ສອງ​ປະ​ເ​ທດດັ່ງກ່າວ, ​ແຕ່​ບໍ່​ມີ​ຄວາມ​ຄືບ​ໜ້າ​ແຕ່​ຢ່າງ​ໃດ.

ສື່​ມາ​ເລ​ເຊຍ​ລາຍ​ງານ​ວ່າ,​​ເຮືອ​ທີ່​ຫຼົ້ມໃນ​ອຸບັດ​​ເຫດ​ດັ່ງກ່າວ​ໄດ້ຖືກ​ອອກ​ແບບມາ​ເພື່ອ​ນຳ​ໃຊ້​ໃນ​ການ​ຄົ້ນຄວ້າ​ວິທະຍາ​ສາດ​ຢູ່​ເຂດ​ທະ​ເລ​ແຄມ​ຝັ່ງ, ບໍ່​ໂດຍ​ສາມາດ​​ແລ່ນ​ຢູ່​ເຂດ​ທະ​ເລ​ທີ່​ມີ​ຟອງ​ນ້ຳ​ແລະ​ກະ​ແສ​ລົມ​ແຮງ​ຢູ່​ພາກຕາ​ເວັນ​ຕົກ​ຂອງ​ແຂວງ​ຊາ​ບາ. ນອກ​ນີ້, ຜູ້​ຜະລິດ​ເຮືອ​ດັ່ງກ່າວ​ໃຫ້​ຮູ້​ວ່າ,​​ເຮືອ​ລຳ​ນີ້​ໄດ້​ສ້ອມ​ແປງ​ມາ​ແລ້ວກ່ອນ​ເກີດ​ອຸບັດ​ເຫດ, ​ແລະ​ກໍບໍ່​ຮູ້​ວ່າ​ໄດ້​ຮັບ​ອະນຸຍາດ​ໃຫ້​ອອກ​ທະ​ເລ​ຫຼື​ບໍ່.

ວັນ​ທີ2ກຸມພາ​ນີ້, ທ່ານ​ລຽວຕົງ​ໄລ, ລັດຖະມົນຕີ​ກະ​ຊວງ​ຄົມມະນາຄົມ​ມາເລ​ເຊຍ​ກ່າວ​ວ່າ, ​ເຖິງ​ວ່າ​ລັດຖະບານ​ໄດ້​ວາງ​ລະບຽບ​ການ​ແລະ​ມາດຕະຖານ​ກໍຕາມ, ​ແຕ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ບໍ່​ປະຕິບັດ​ຢ່າງ​ເຂັ້ມ​ງວດ.​​ແນວ​ໃດ​ກໍ​ດີ​ຂໍ​ໃຫ້​ຂະ​ແໜງຄົມມະນາຄົມ​​ແຂວງ​ຊາ​ບາ​ດຳ​ເນີນ​ການສືບສວນ​ຢ່າງລະອຽດ​ຮອບ​ຄອບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ