6ປະ​ເທດ​ໃນ​ສະຫະພາບ​ເອີ​ລົບຮ່ວມ​ມື​ຕໍ່ຕ້ານ​ການ​ຄ້າມະນຸດ
2017-02-03 16:20:03  cri 
ວັນ​ທີ2ກຸມພາ​ນີ້, ອົງການ​ຕຳຫຼວດ​ອາຍາ​ເອີ​ລົບ​ແຈ້ງວ່າ,​​​ເພື່ອ​ແກ້​ໄຂ​ບັນຫາ​ຊາວຍ້າຍ​ຖິ່ນ​ຖານ​ຢ່າງ​ຜິດ​ກົດໝາຍ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ຂອງ6ປະ​ເທດ​​ໃນເອີ​ລົບ,​ຄື: ​ໂອ​ຕຼິສ,​ບຸນ​ກາຣີ,​​ໂກຣອາຊີ, ​ເຢຍລະ​ມັນ,​ຮົງ​ກາລີ, ​ແລະຣູມາ​ນີ ​ໂດຍ​ໄດ້​ຮັບ​ການ​ປະສານ​ງານ​ຈາກອົງການ​ຕຳຫຼວດ​ອາຍາ​ເອີ​ລົບ, ​ໄດ້​ຮ່ວມ​ມືກັນເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ຄ້າ​ມະນຸດ​ໃນ​ວັນ​ທີ1ກຸມພາ​ນີ້.

​​ຫຼັງເຈົ້າ​ໜ້າ​ທີ່​ໄດ້​ກວດກາ​ສະຖານ​ທີ່ຊຸກ​ເຊື່ອງຊາວ​ຍ້າຍ​ຖິ່ນ​ຖານ​ທີ່​ຜິດ​ກົດໝາຍ,​​ກໍ​ສາມາດ​ພົບ​ແລະ​ຈັບ​ກຸ່ມ​ຄ້າ​ມະນຸດ​10ກວ່າ​ຄົນ, ​ແລະ​ຄົ້ນ​ພົບ​ຊາວຍ້າຍ​ຖິ່ນ​ຖານ​ທີ່​ຜິດ​ກົດໝາຍ​ຫຼາຍ​ສິບ​ຄົນ. ອົງການ​ຕຳຫຼວດ​ອາຍາ​ເອີ​ລົບ​ກ່າວ​ວ່າ,​​ເຖິງ​ວ່າປີຜ່ານ​ມາບາງ​ປະ​ເທດ​ຢູ່​ເຂດ​ບັນ​ການ​ຕາ​ເວັນ​ຕົກ​ໄດ້​ປິດ​ຊາຍ​ແດນ, ​ແຕ່​ປັດຈຸບັນ​​ຍັງ​ພົບ​ການ​ຊຸກ​ເຊື່ອງ​ຊາວ​ຍ້າຍ​ຖິ່ນ​ຖານ​ທີ່​ຜິດ​ກົດໝາຍ​​ເປັນຈຳນວນ​ຫຼາຍ​ ​ຢູ່​ເຂດ​ດັ່ງກ່າວ,​​ເພື່ອ​ຄອຍ​ຖ້າ​ກຸ່ມ​ຄ້າ​ມະນຸດ​ຍ້າຍ​ໄປ​ບ່ອນ​ອື່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ