ສະພາ​ຕ່ຳ​ອັງກິດ​​ສະໜັບສະໜູນ"ຍັດຕິ​​ອັງກິດຖອນອອກ​ຈາກສະຫະພາບ​ເອີ​ລົບ"
2017-02-03 16:48:37  cri 
​​ຫຼັງ​ອະພິປາຍມາ​ເປັນ​ເວລາ​ສອງ​ວັນ, ສະພາ​ຕ່ຳ​ອັງກິດ​​ໄດ້ປ່ອນ​ບັດ​ເພື່ອ​ສະໜັບສະໜູນ​"ຍັດຕິ​ກ່ຽວ​ກັບການຖອນອອກ​ຈາກສະຫະພາບ​ເອີ​ລົບ"ທີ່​ສະ​ເໜີ​ໂດຍ​ລັດຖະບານ​​ໃນຕອນ​ຄ່ຳວັນ​ທີ 1 ກຸມພານີ້ ​ທັງ​ໄດ້​ມອບ​ສິດ​ໃຫ້​ນາຍົກລັດຖະມົນຕີລິ​ເລີ່​ມຂັ້ນຕອນ​ຂອງການຖອນອອກ​ຈາກສະຫະພາບ​ເອີ​ລົບ". ຈາກ​ນີ້​ເປັນ​ການສະ​ແດງ​ໃຫ້​ເຫັນ​ວ່າ ອັງກິດ​ໄດ້​ກ້າວເຂົ້າສູ່​ "ການຖອນອອກ​ຈາກສະຫະພາບ​ເອີ​ລົບ"ຢ່າງ​ເປັນ​ທາງ​ການ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຈາກການ​ສະໜັບສະໜູນຂອງ​ສະມາຊິກຈາກພັກ​ອະນຸລັກ​ນິຍົມທີ່​ກຳ​ອຳນາດ​ການ​ປົກຄອງ​ແລະ​ພັກກຳມະກອນ ພັກ​ຄັດຄ້ານສ່ວນ​ຫຼາຍ, ສະພາ​ຕ່ຳ​ອັງກິດ​ໄດ້​ປ່ອນ​ບັດ​​ສະໜັບສະໜູນ"ຍັດຕິ​ກ່ຽວ​ກັບ​ອັງກິດຖອນອອກ​ຈາກສະຫະພາບ​ເອີ​ລົບ"ດ້ວຍ​ຄະ​ແນນ​ສຽງທີ່​ມີ 498 ບັດ​ເຫັນ​ດີ ​ແລະ 114 ບັດ​ຄັດຄ້ານ.

​ເດືອນຜ່ານ​ມາ ສານ​ສູງ​ສຸດ​​ອັງກິດ​ກໍ​​ໄດ້​ຕັດສິນ​ຂັ້ນຕອນ​ສຸດ​ທ້າຍ​ຕໍ່"ຍັດຕິ​ກ່ຽວ​ກັບ​ອັງກິດຖອນອອກ​ຈາກສະຫະພາບ​ເອີ​ລົບ" ​ໂດຍຮຽກຮ້ອງ​ໃຫ້​ລັດ​ຖະບານຕ້ອງໄດ້​ຮັບ​ການ​ອະນຸມັດ​ຈາກ​ສະພາ​ກ່ອນ​ລິ​ເລີ່​ມຍັດຕິດັ່ງກ່າວ​. ຈາກ​ນັ້ນ ລັດຖະບານກໍ​ໄດ້​ສະ​ເໜີ​ຍັດຕິ​ສະບັບ​ຫຍໍ້​, ​ເພື່ອໃຫ້​ສະພາ​ອະນຸມັດຕາມມາດຕາ​ທີ 50 ​ຂອງ"​ສັນຍາລິ​ສບອນ"ຕາມ​ເວລາ​ກຳນົດ ແລະ​ຖອນ​ອອກ​ຈາກ​ສະຫະພາບ​ເອີ​ລົບ​ຢ່າງ​ເປັນ​ທາງ​ການ.

ກ່ອນ​ໜ້າ​ນີ້, ລັດຖະບານ​ອັງກິດ​ກ່າວ​ວ່າ, ຈະ​ລິ​ເລີ່​ມຂັ້ນຕອນ​ການຖອນອອກ​ຈາກສະຫະພາບ​ເອີ​ລົບ"ກ່ອນ​ທ້າຍ​ເດືອນ​ມີນາ​ທີ່​ຈະ​ເຖິງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ