ຟີ​ລິບ​ປີນ​-ຣັດ​ເຊຍ​ສ້າງ​ຕັ້ງ​ຄະນະ​ກຳມະການຮ່ວມ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​
2017-02-03 11:26:11  cri 
ຕາມ​ຂ່າວCRI: ວັນ​ທີ 2 ກຸມພາ​ນີ້, ກະຊວງ​ການ​ການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປີນ​​ແຈ້ງ​ວ່າ, ອາທິດ​ຜ່ານ​ມາຟີ​ລິບ​ປີນ​​ແລະ​ຣັດ​ເຊຍ​ໄດ້​ຈັດ​ກອງ​ປະຊຸມ​ກະກຽມ​ເພື່ອ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຮ່ວມ​ຂອງ​ການ​ຮ່ວມ​ມື​ດ້ານ​ເສຖະກິດ​ການ​ຄ້າ​ຢູ່​ນະຄອນຫຼວງ​ມະນີລາ​, ​ແລະ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ກ່ອນທ່ານ​ໂຣດຣັ​ໂກ ດູ​​ເຕີ​ເຕ, ປະທານາທິບໍດີ​ຟີ​ລິບ​ຟີ​ນຈະ​ເດີນທາງ​ຢ້ຽມຢາມຢູ່ຣັດ​ເຊຍ​ໃນ​ມໍ່ໆນີ້.

ວັນ​ທີ 26 ມັງກອນ​​ແລ້ວ​ນີ້, ທ່ານ​ອາ​ເລັກຊາ​ນ​ເດີ ສະບຸ​ນສກີ, ຮອງລັດຖະມົນຕີ​​ກະຊວງ​ການ​ພັດທະນາ​​ເສດຖະກິດ​ຣັດ​ເຊຍ​​ແລະ​ທ່ານ​ເຊ​ເຟີຣີ​ໂນ ​ໂຣ​ໂດ​ໂຟ, ຮອງລັດຖະມົນຕີ​​ກະຊວງ​ການ​ຄ້າ​ແລະ​ອຸດສາຫະກຳ​ຟີ​ລິບ​ປີນ​​ໄດ້ເປັນ​ປະທານ​ຮ່ວມ​​ກອງ​ປະຊຸ​ມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ຄະນະ​ກຳມະການ​ຮ່ວມ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ. ​ໂດຍສອງ​ຝ່າຍ​ໄດ້​ປືກສາ​ຫາລື​​ດ້ານ​ເສດຖະກິດ, ກະສິກຳ, ​ເຕັກ​ໂນ​ໂລ​ຊີ​ດ້ານ​ພະລັງງານ​ນິວ​ເຄຼຍ​ແລະ​​ອື່ນໆ, ທັງ​ຈະ​ສະ​ເໜີ​ແຜນການ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໃຫ້​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງຄະນະ​ກຳມະການ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ​ການ​ຄ້າ​ຟີ​ລິບ​ປີນ-ຣັດ​ເຊຍ​ປຶກສາ​ຫາລື.

ນັບ​ແຕ່ທ່ານ​ໂຣດຣັໂກ  ດູ​ເຕີ​ເຕ, ຂຶ້ນ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ເດືອນ​ມິຖຸນາ​ປີ. 2016 ​​ເປັນ​ຕົ້ນ​ມາ, ກໍ​ໄດ້​ສຸມ​ໃສ່ປະຕິບັດ​ນະ​​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ມີ​ຫຼາຍ​ເຄົ້າ. ຂະນະ​ນີ້​ໃນ​ເດືອນ​ມັງກອນ​ປີ 2017 ​​ນີ້, ຟີ​ລິ​ບປີນກໍ​ໄດ້​ປະກາດ​​ກະກຽມສັນຍາ​ຮ່ວມ​ມືດ້ານ​ການ​ປ້ອງ​ກັນ​ປະ​ເທດກັບຣັດ​ເຊຍ, ​ແລະຄາດ​ວ່າຈະ​ລົງ​ນາມ​ໃນສັນຍາ​ດັ່ງກ່າວ​​ໃນ​​ໂອກາດທ່ານ​ໂຣ​ດຣີ​ໂກ ດູ​ເຕີເຕ​ຈະ​ເດີນທາງ​​ຢ້ຽມຢາມ​ຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ