ສະ​ຖາ​ບັນຂົງຈື້ຍົກ​ລະດັບພາສາ​ຈີນ​ຢູ່​ທຳນຽບປະທານາທິບໍດີ​ຟີ​ລິບ​ປີນ
2017-02-03 15:57:09  cri 
ຫວ່າງ​ມໍ່ໆ​ມາ​ນີ້,​ ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລອັນ​ເຈ​ເລັສ ​ໂຟນ​ເຕຊັນ ຟີ​ລິບ​ປີນ​ໄດ້ເລີ່​ມ​ສອນພາສາ​ຈີນ​ໃຫ້​ແກ່​ພະນັກງານ​ກະຊວງ​ຖະ​ແຫຼ​ງຂ່າວ​ແລະຂະ​ແໜງການທີ່​ຂຶ້ນ​ກັບ​ກະຊວງ​ດັ່ງກ່າ​ວຢູ່​ວັງ​ມະລະຄາ​ນັງທຳນຽບປະທານາທິບໍດີ​ຟີ​ລິບ​ປີນ.

ທ່ານ​ນາງ​ Dr. ຈ່າງ​ສື​ຟັ່ງ, ປະທານ​ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລອັນ​ເຈ​ເລັສ ​ໂຟນ​ເຕຊັນ ຝ່າຍ​ຈີນ​ກ່າວ​ຕໍ່​ນັກ​ຂ່າວ​​ໃນ​ວັນ​ທີ 2 ກຸມພາ​ນີ້ວ່າ, ການ​ທີ່​ຈັດ​ຊຸດ​ອົບຮົມ 4 ຊຸດ​ຢູ່​ວັງ​ມະລະຄາ​ນັງ​ແລະກະຊວງຖະ​ແຫຼ​ງຂ່າວ​ຟີ​ລິບ​ປີນ​ເທື່ອ​ນີ້, ຕົ້ນຕໍ​ເນັ້ນ​ການ​ສອນ​ພາສາ​ຈີນ,​ ວັດທະນະທຳ​ຈີນສະພາບ​ປະ​ເທດ​ຈີນ​ໃນ​ຍຸກ​ປັດຈຸບັນ​ແລະ​ອື່ນໆ​ໃຫ້​ແກ່​ພະນັກງານ 127 ຄົນ​ຂອງ​ຫຼາຍ​ອົງການ​​ໃນກະຊວງ​ຖະ​ແຫຼ​ງຂ່າວ​ຟີ​ລິບປີນ​ລວມທັງ​ກົມ​ຂໍ້​ມູນ​ຂ່າ​ວສານ, ກົມ​ຈຳໜ່າຍ​ແຫ່ງ​ຊາດ​ແລະ​ກົມ​ພິມ​ແຫ່ງ​ຊາດ​ທີ່​ຂຶ້ນ​ກັບ​ກະຊວງດັ່ງກ່າວ.

​ຂ່າວ​ແຈ້ງວ່າ, ກ່ອນ​ໜ້າ​ນີ້,​ ທ່ານ​ມາຕິ​ນ ອັນ​ດະ​ນາ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ​ຟີ​ລິບ​ປີນ​ແລະ​ທ່ານ​​ໂຈ​ເຊັຟ ປະທານ​ຄະນະ​ມົນຕີ​ສະ​ຖາ​ບັນ​ຂົງຈື້ຂອງ​ມະຫາວິທະຍາ​ໄລອັນ​ເຈ​ເລັສ ​ໂຟນ​ເຕຊັນ​ໄດ້​ຮ່ວມ​ລົງ​ນາມ​ໃນສັນຍາສ້າງ​ຫຼັກ​ສູດ​ສອນ​ພາສາ​ຈີນ,​ ​ໂດຍຫວັງ​ຊຸກຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຜ່ານ​ການຈັດ​ຊຸດ​ອົບຮົມ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ