ອິນ​ໂດ​ເນ​ເຊຍ​ຊີ້​ການອອກ​ຄຳ​ສັ່ງ​ຫ້າມ​​ເຂົ້າ​ອາ​ເມ​ລິ​ກາ​​ກະທົບ​ເຖິງ​ການ​ຮ່ວມ​ມື​ຂອງ​ໂລກ
2017-02-03 16:08:41  cri 
ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ກຸມພາ​ນີ້, ທ່ານ​​ໂອ​ມະນະ​ທາ ນາ​ເຊຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ ການ​ທີ່​ລັດຖະບານ​ອາ​ເມ​ລິ​ກາວາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ​ແມ່ນ​ສິດ​ຂອງ​
ລັດຖະບານດັ່ງກ່າວ, ​ແຕ່​ວ່າ​ຕົນ​ໄດ້ເສຍດາຍ​ຕໍ່​ຂໍ້​ຕົກລົງນີ້, ​ເພາະນະ​ໂຍບາຍ​ດັ່ງກ່າວ​ຈະສົ່ງ​ຜົນ​ທະ​ທ້ອນ​ທາງ​ລົບ​ຕໍ່​ການ​ຮ່ວມ​ມື​ຂອງ​ໂລກ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຊາວ​ອົບ​ພະຍົບ.

ທ່ານ​ນາ​ເຊຍ​ກ່າວ​ວ່າ, ການຮັບ​ມື​ກັບ​ລັດທິ​ກໍ່​ການ​ຮ້າຍ​ສາກົນ​ຕ້ອງມີ​ຫຼາຍ​ປະ​ເທດ​ຮ່ວມ​ມື, ​ເຊິ່ງນະ​ໂຍບາຍ​ດັ່ງກ່າວຂອງ​ອາ​ເມ​ລິ​ກາ​​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້​ຢ່າງທັນທີ.

ຂະນະ​ດຽວ​ກັນ​, ​ທ່ານ​ກໍ​ໄດ້ກ່າວ​ຕື່ມ​ວ່າ,  ປັດຈຸບັນສາຍ​ພົວພັນ​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ແລະ​ອາ​ເມ​ລິ​ກາຍັງຢູ່​ລະດັບ​ດີ, ​ເຊິ່ງອິນ​​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ຕ່າງໆ​ກັບ​ລັດຖະບານ​ອາ​ເມ​ລິ​ກາ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ